ສະຫາຍ ຫງວຽນ ຊວນ ຟຸກ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ.
ສະຫາຍ ຫງວຽນ ຊວນ ຟຸກ ທີ່ນັບຖື,
ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວວ່າ: ລົມພະຍຸ ໂນອຶນ (Noul) ທີ່ມີຄວາມຮຸນແຮງໄດ້ພັດເຂົ້າພາກກາງຂອງ ສສ. ຫວຽດນາມ ໃນວັນທີ 18 ກັນຍາ 2020 ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ບັນດາແຂວງພາກກາງ ຂອງ ສສ. ຫວຽດນາມ ອ້າຍນ້ອງ.
ຕາງໜ້າໃຫ້ ພັກ, ກໍ່ຄືລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໜັ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກ ແລະ ລັດຖະບານຫວຽດນາມ, ໂດຍສະເພາະການເອົາໃຈໃສ່ຂອງສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ, ສສ ຫວຽດນາມອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຢືນຢູ່ຄຽງຂ້າງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນເວລາພົບກັບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ.
ດ້ວຍຄວາມນັບຖື ຮັກແພງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 21 ກັນຍາ 2020