ນະຄອນຫລວງວຽງຈັນ, ວັນທີ 17 ກັນຍາ 2020
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ ອີກໜຶ່ງສະໄໝ.
ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ແລະ ສອງກະຊວງການຕ່າງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນທີ່ດີດັ່ງກ່າວນັ້ນ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ, ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພາະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ພະນະທ່ານ ໂມເຕງິ ໂທຊິມິດຊຶ
ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ