ນະຄອນຫລວງວຽງຈັນ, ວັນທີ 22 ກັນຍາ 2020
ສົມເດັດ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ຄົບຮອບ 88 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊາອຸດິ ອາຣັບບີ ຄົບຮອບ 30 ປີ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊາອຸດິ ອາຣັບບີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນດີ ໃນໄລຍະຜ່ານມາ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກ ກັບສົມເດັດ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ຈົ່ງມີພະລານາໄມເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງພະອົງ ແລະ ປະຊາຊົນຊາອຸ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ຟາຍຊໍ ບິນ ຟາຮັນ ອໍ ຊາວ,
ລັດຖະມົນຕີຕ່າງປະເທດ
ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ