ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ຣັດເຊຍ ສົ່ງສານຊົມເຊີຍວັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ ເຖິງຄູ່ຮ່ວມຕ່ຳແໜ່ງຝ່າຍລາວ

 

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

ຕາງໜ້າລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄໍາຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສ. ຣັດເຊຍ ແລະ ສປປ ລາວ.

ຂ້າພະເຈົ້າ ຂໍຢືນຢັນອີກເທື່ອໜຶ່ງວ່າການພົວພັນຮ່ວມມື ຣັດເຊຍ-ລາວ ແມ່ນບົນພື້ນຖານມູນເຊື້ອມິດຕະພາບອັນແໜ້ນແຟ້ນ, ເຄົາລົບນັບຖື ແລະ ສະໜັບສະໜູນເຊິ່ງກັນແລະກັນ. ຕະຫຼອດໃນໄລຍະ 6 ທົດສະວັດຜ່ານມາ ການພົວພັນສອງຝ່າຍໄດ້ກ້າວຂຶ້ນສູ່ລະດັບການເປັນຄູ່ຮ່ວມມືຍຸດທະສາດນໍາກັນ. ການພົວ ພັນຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ວິທະຍາສາດ ແລະ ເຕັກນິກ ແລະ ມະນຸດສະທໍາ ໄດ້ຂະ ຫຍາຍຕົວຢ່າງກວ້າງຂວາງ, ບັນດາໂຄງການຮ່ວມມືຂະໜາດໃຫຍ່ແມ່ນກໍາລັງໄດ້ຮັບການຈັດຕັ້ງປະຕິບັດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການເຮັດວຽກທີ່ຫ້າວຫັນໃນລະດັບລັດຖະບານ ຈະສືບຕໍ່ສ້າງເງື່ອນໄຂທີ່ເອື້ອອໍານວຍເພື່ອສົ່ງເສີມຂໍ້ລິເລີ່ມໃໝ່ຕ່າງໆທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ. ສິ່ງດັ່ງກ່າວນັ້ນຈະຕອບສະໜອງຜົນປະໂຫຍດຂອງສອງປະເທດ ຣັດເຊຍ ແລະ ລາວ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ກໍ່ຄືໃຫ້ປະຊາຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

 

ມິຄາອິລ ມິດຊູສຕິນ

ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ

ມົດສະກູ, ວັນທີ 7 ຕຸລາ 2020

------------------------------------------------

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣັດເຊຍ ແລະ ລາວ.

ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ສອງປະເທດພວກເຮົາ ໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງສົມຄວນໃນການພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືໃນຫຼາຍດ້ານເຊິ່ງມີລັກສະນະຍຸດທະສາດນໍາກັນ ແລະ ກໍາລັງໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ພວກຂ້າພະເຈົ້າ ຮັບຮູ້ການປະສານງານທີ່ເຂັ້ມແຂງ ກ່ຽວກັບ ການເຄື່ອນໄຫວ ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ, ເຊິ່ງສອງກະຊວງຂອງພວກເຮົາໄດ້ບັນລຸ, ອັນໄດ້ເຮັດໃຫ້ພວກເຮົາສາມາດປົກປ້ອງຜົນປະໂຫຍດຮ່ວມກັນຂອງສອງປະເທດໄດ້ຢ່າງມີປະສິດທິຜົນ, ປົກປັກຮັກສາຄວາມໝັ້ນຄົງ, ສະຖຽນລະພາບ ແລະ ກົດໝາຍສາກົນ, ທັງຢູ່ໃນຂົງເຂດອາຊີ-ປາຊີຟິກ ແລະ ໃນທົ່ວໂລກໂດຍລວມ.

ຂ້າພະເຈົ້າ ຂໍອວຍພອນຢ່າງສຸດອົກສຸດໃຈໃຫ້ ພະນະທ່ານ ແລະ ເພື່ອນຮ່ວມງານໝົດທຸກຄົນຈາກກະຊວງການຕ່າງປະເທດຂອງລາວ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດອັນໃໝ່.

 

ດ້ວຍຄວາມນັບຖືຢ່າງສູງ,

 

                                                                       

ເຊີຣເກ ລາວະຣົບ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ

ມົດສະກູ, ວັນທີ 7 ຕຸລາ 2020

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484444
ມື້ນີ້148
ມື້ວານ273
ອາທິດນີ້882
ເດືອນນີ້3749