ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ 60 ປີ ແຫ່ງການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຣັດເຊຍ-ລາວ

 

SLavrov

 

ໂດຍທ່ານ: ເຊີຣເກ ລາວາຣົບ, ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແຫ່ງ ສະຫະພັນ ຣັດ​ເຊຍ

 

 

ໃນປີນີ້້, ສອງປະເທດພວກເຮົາສະເຫຼີມສະຫຼອງວັນສຳຄັນຄົບຮອບ 60 ປີແຫ່ງການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ລະຫວ່າງ ສະຫະພາບ ໂຊວຽດ ຫຼື ສະຫະພັນຣັດເຊຍ ແລະ ສປປ ລາວ ນັບ​ແຕ່ວັນ​ທີ 7 ຕຸ​ລາ 1960 ເປັນຕົ້ນມາ.

75 ປີ ແຫ່ງໄຊຊະນະປົກ​ປ້ອງ​ປິ​ຕຸ​ພູມ ແມ່ນສັນຍາລັກທີ່ມີຄວາມສໍາຄັນອັນຍິ່ງໃຫຍ່, ຊຶ່ງເປັນການສິ້ນສຸດສົງຄາມ ໂລກຄັ້ງທີ 2 ​ພາຍ​ຫລັງການປະລາໄຊ ຂອງ ນາຊີ, ອັນເປັນແຮງດັນຊຸກຍູ້ໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ປະຊາ ຊົນ ໃຫ້ພົ້ນຫລຸດອອກຈາກອານານິຄົມ ໃນ ອາຊີ. ລາວ ໄດ້ມີຄວາມພະຍາຍາມຕໍ່ສູ້ເປັນ​ເວ​ລາຫຼາຍທົດສະວັດຢ່າງໜັກໜ່ວງ ເພື່ອ ປົດປ່ອຍຕົນເອງ ແລະ ຕໍ່ມາໃນເດືອນ ຕຸລາ 1945 ຈຶ່ງໄດ້ປະກາດເອກະລາດເພື່ອປົກປັກຮັກສາດິນແດນຂອງຕົນ. ໃນປີ 1954 ໃນກອງປະຊຸມ ເຊີແນວ, ສະ​ຫະ​ພາບ​ສັງ​ຄົມ​ນິ​ຍົມ​ໂຊ​ວຽດ ໄດ້ມີສ່ວນຮ່ວມໃນການເຄື່ອນໄຫວ ໂດຍສະເໜີ ໃຫ້ຢຸດຕິການຮຸກຮານ ຂອງ ຝຣັ່ງ ຕໍ່ຕ້ານປະຊາຊົນອິນດູຈີນ ແລະ ຮັບປະກັນຄວາມເປັນກາງ ຂອງປະເທດລາວ ໃນປີຕໍ່ໆມາ. ການສະເໜີສ້າງຕັ້ງສາຍພົວພັນທາງການທູດ ຂອງ ລັດຖະບານລາວ ໂດຍໄດ້ຮັບການຕອບສະໜອງເປັນຢ່າງດີຈາກການນໍາຂອງ ສ​ະ​ຫະ​ພາບໂຊວຽດ ໃນເດືອນ ສິງຫາ 1960.

ບາດກ້າວໃນການເລີ່ມຕົ້ນ ແຫ່ງ ການພົວພັນສອງຝ່າຍ ໄດ້ມີບົດບາດຕົວຈິງ ໂດຍ ສະຫະພາບ ໂຊວຽດ ໄດ້ຈັດຕັ້ງປະຕິບັດໂດຍການສ້າງຂົວ-ທາງ ແລະ ເປີດການບໍລິການຂົນສົ່ງທາງອາກາດ ເຊື່ອມຕໍ່ ລະຫວ່າງ ຮ່າໂນຍ-ວຽງຈັນ ເພື່ອສະໜັບສະໜຸນໃນ​ການນໍາສົ່ງວັດຖຸອຸປະກອນຕ່າງ​ໆໃຫ້ແກ່ກອງກຳລັງແນວລາວຮັກຊາດ.

ພວກເຮົາມີ ຄຳສຸພາສິດທີ່ວ່າ: “ຖ້າເຈົ້າບໍ່ມີໝູ່ - ຈົ່ງຊອກຫາ, ເມື່ອຊອກຫາໄດ້ແລ້ວ - ຈົ່ງຮັກສາໄວ້ໃຫ້ດີ”. ​ພາຍຫຼັງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975, ສະ​ຫະ​ພາບ ໂຊວຽດ ໄດ້ໃຫ້ການສະໜັບສະໜຸນ ສປປ ລາວ ທັງທາງດ້ານຍານພາຫະນະ, ນ້ຳມັນເຊື້ອໄຟ, ອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທຸກຢ່າງ ທີ່ຂາດເຂີນໃນປະເທດ ແລະ ສູນເສຍໄປໃນປາງສົງຄາມ ຍ້ອນການຮຸກຮານທີ່ຍາວນານ​ຈາກຕ່າງປະເທດ. ພາຍຫຼັງ ປີ 1978 ຢູ່ວຽງຈັນ ໄດ້ມີໂຮງໝໍ-ຄລີນິກ ພ້ອມອຸປະກອນການແພດທີ່ທັນສະໄໝ. ບັນດາຊ່ຽວຊານ ໄດ້ຖ່າຍທອດປະສົບການດ້ານກະສິກຳປ່າໄມ້, ສາທາລະນະສຸກ, ການສຶກສາ ແລະ ຂະແໜງອື່ນໆ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ສະຫະພາບໂຊວຽດ, ​ຊຶ່ງໄດ້ຄຽງບ່າຄຽງໄຫລ່ ກັບປະຊາຊົນລາວ ໃນການຟື້ນຟູເສັ້ນທາງທີ່ຖືກທຳລາຍຈາກສົງຄາມ, ໄດ້ສ້າງຂົວ ແລະ ດຳເນີນການສຳຫຼວດທາງທໍລະນີສາດ. ພ້ອມກັນນັ້ນ, ກໍໄດ້ສ້າງສິ່ງອຳນວຍຄວາມສະດວກທາງດ້ານເສດຖະກິດສັງຄົມແຫ່ງຊາດຫຼາຍຢ່າງ, ທາງດ້ານການສຶກສາ ໄດ້ສ້າງສະຖາບັນການສຶກສາຊັບພະວິຊາ ຊັ້ນກາງ ສຳລັບການຝຶກອົບຮົມຊ່ຽວຊານດ້ານເຕັກນິກ, ດ້ານສາທາລະນະສຸກ ກໍ່ໄດ້ມີການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຣັດເຊຍ (ໂຮງ​ໝໍ 150 ຕຽງ), ມາເຖິງປັດຈຸບັນ ຍັງ​ເປັນປະໂຫຍດຊ່ວຍໃຫ້ປະຊາຊົນລາວ ສາມາດພັດທະນາສ້າງສາປະເທດຊາດຂອງຕົນຕາມທິດການພັດທະນາແບບຍືນຍົງ.

ໃນປັດຈຸບັນ, ການພົວພັນ ລະຫວ່າງ ຣັດເຊຍ-ລາວ ແມ່ນໄດ້ຮັບ​ການຂະຫຍາຍຕົວຢ່າງ​ຕັ້ງ​ໜ້າ, ການປຶກສາຫາລືແລກປ່ຽນທາງດ້ານການເມືອງ, ການພັດທະນາ ແມ່ນມີການຮ່ວມມືກັນຢ່າງຕໍ່ເນື່ອງ. ໃນປີ 2015 ປະມຸກລັດຂອງສອງປະເທດ ໄດ້ພົບກັນ ທີ່ນະຄອນຫຼວງ ປັກກິ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ ແລະ ສັນສະເສີນວັນສິ້ນສຸດສົງຄາມໂລກຄັ້ງທີ 2 ຄົບຮອບ 70 ປີ. ນອກຈາກນັ້ນ, ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແບບສ່ວນຕົວ ໃນກອງປະຊຸມສຸດຍອດ ຣັດເຊຍ-ອາຊຽນ ທີ່ ໂຊຈີ ແລະ ຢູ່ ສີງກະໂປ ໃນເດືອນ ພະຈິກ 2018. ໃນເດືອນ ກັນຍາ ປີ 2017 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນທາງຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມສ້າງການພົວພັນ​ຮ່ວມ​ມື​ສອງ​ຝ່າຍ, ກໍຄື ​ການ​ຢ້ຽມ​ຢາມໃນ​ສາຍລັດຖະສະພາ, ອົງການຊາວໜຸ່ມ ແລະ ອົງການຈັດຕັ້ງສັງຄົມ ລວມທັງ ສະມາຄົມມິດຕະພາບ.

ເງື່ອນໄຂບູລິມະສິດທັງສອງຝ່າຍ ແມ່ນການເສີມສ້າງການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, ຈັດຕັ້ງປະຕິບັດໂຄງການຮ່ວມມືຂະໜາດໃຫຍ່, ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າພະລັງານນໍ້າ, ສ້າງເງື່ອນໄຂເສີມທ່າແຮງໃຫ້ແກ່ໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດອຸດສາຫະກຳ ເຊັ່ນ: ການສຳຫຼວດ ແລະ ການຂຸດຄົ້ນແຮ່ທາດ, ການພິມທະນາບັດ ແລະ ການຜະລິດຢາ.

ບົດບາດອັນສຳຄັນໃນພາກປະຕິບັດຕົວຈິງ ກ່ຽວກັບ ການເສີມຂະຫຍາຍການຮ່ວມມື ແມ່ນຄະນະກຳມາທິການຮ່ວມມື ດ້ານເສດຖະກິດ-ການຄ້າ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ລັດຖະບານ ລາວ-ຣັດເຊຍ. ໃນກອງປະຊຸມຄັ້ງວັນທີ 15 ຊຶ່ງຈັດຂຶ້ນໃນເດືອນ ກໍລະກົດ 2019 ທີ່ ມົດສະກູ ຜ່ານມາ, ຄະນະກຳມະການຮ່ວມມືສອງຝ່າຍ ໄດ້ລະບຸວຽກງານທີ່ເປັນກຸນແຈ ສຳຄັນໃນການຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງ ແລະ ສືບຕໍ່ແຜນການໃນຕໍ່ໜ້າ.

ຂະແໜງການສຶກສາ ເປັນສິ່ງທີ່ສຳຄັນໃນການພົວພັນສອງຝ່າຍ, ທ່ານລັດຖະມົນຕີ ເຊເກ ລາວາຣົບ ໄດ້ມີຄວາມ ພາກພູມໃຈ ທີ່ເຫັນຄົນລາວຫຼາຍຄົນໄດ້ຜ່ານການສຶກສາຢູ່ປະເທດຣັດເຊຍ ແລະ ອະດີດສະຫະພາບໂຊວຽດ. ໃນປັດຈຸບັນ ທຸກຄົນໄດ້ມີຖານະຕຳແໜ່ງ ມີຄວາມຮັບຜິດຊອບໃນການນຳຂັ້ນສູງ ແລະ ລະດັບອື່ນໆ ຂອງ ສປປ ລາວ. ໃນນັ້ນມີ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເພື່ອນຮ່ວມງານຂອງເພີ່ນເອງ ກໍຄື ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການຈັດກອງປະຊຸມເວທີພາກພື້ນ ໃນເດືອນ ພະຈິກ 2019 ເປັນສີ່ງທີ່ບໍ່ແມ່ນຄວາມບັງເອີນ, ໂດຍມີຜູ້ແທນເຂົ້າຮ່ວມ ຮ້ອຍກວ່າຄົນ ຈາກ 15 ປະເທດ, ທີ່ເປັນອາດິດນັກສຶກສາຮຽນຈົບມາແຕ່ ສະຫະພາບ ໂຊວຽດ ແລະ ຣັດເຊຍ. ທ່ານ ລາວາຣົບ ຫວັງວ່າ ຜູ້ຕາງໜ້າຊາວໜຸ່ມລາວຍຸກໃໝ່ ຈະສືບທອດເອົາແບບຢ່າງຈາກ ສິດເກົ່າທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ. ໃນສົກຮຽນ 2020-2021 ທີ່ຈະມາເຖີງນີ້ ພວກເຮົາໄດ້ສະໜັບສະໜູນທຶນການສຶກສາ ຈໍານວນ 92 ທຶນ ໃຫ້ແກ່ ສປປ ລາວ, ເຊິ່ງເຫັນວ່າໄດ້ເພີ່ມຂຶ້ນ ເກືອບ 3 ເທົ່າ ໃນໄລຍະ 5 ປີ ທີ່ຜ່ານມາ.

ປະຊາຊົນຣັດເຊຍ ໄດ້ໃຫ້ຄວາມນັບຖືຕໍ່ສາຍການພົວພັນຖານອ້າຍນ້ອງ ລາວ-ຣັດເຊຍ, ຕໍ່ເຫດການອັນສໍາຄັນຂອງ ສອງປະເທດ ໃນໂອກາດຄົບຮອບ 75 ປີ ແຫ່ງ ໄຊຊະນະປົກປ້ອງປິຕຸພູມ, ພວກເຮົາຮັບຮູ້ການປະກອບສ່ວນທີ່ສຳຄັນຂອງ ສປປ ລາວ ໃນການປົກປັກຮັກສາຄວາມຈິງທາງປະຫວັດສາດ, ລວມທັງການປະຕິເສດ ຕໍ່ກັບຄວາມພະຍາຍາມກ່າວຫາ ທີ່ບິດເບືອນຕໍ່ປະຫວັດສາດ.

ສອງ​ປະ​ເທດພວກເຮົາ ໄດ້ມີການພົວພັນກັນຢ່າງໃກ້ຊິດໃນເວທີສາກົນ, ມີທັດ​ສະ​ນະຄ້າຍຄືກັນຕໍ່​ບັນ​ຫາ​ສຳ​ຄັນທັງໃນ ພາກພື້ນ ແລະ ສາ​ກົນ. ພວກເຮົາມີຄວາມສາມັກຄີ ແລະ ຄວາມມຸ້ງໝັ້ນໃນການສ້າງລະບຽບການປົກຄອງໂລກ ທີ່ມີຄວາມຍຸດຕິທຳ ແລະ ໂລກຫລາຍຂົ້ວ ທີ່ມີປະຊາທິປະໄຕ ບົນພື້ນຖານຫຼັກການ ຂອງກົດບັດສະຫະປະຊາຊາດ ແລະ ເຄົາລົບສິດທິຂອງປະຊາຊົນ ຕໍ່ແບບແຜນພັດທະນາທີ່ໂດດເດັ່ນຂອງຕົນເອງ. ພວກເຮົາ ພ້ອມທີ່ຈະເສີມຂະຫຍາຍການປຶກ​ສາ​ຫາ​ລື ກັບ ສ​ປ​ປ ລາວ, ເຂົ້​ຮ່ວມ​ຢ່າງ​ຕັ້ງ​ໜ້າໃນເວທີພາກພື້ນ ອາຊຽນ ​ດ້ານຄວາມໝັ້ນຄົງ, ກອງປະຊມສດຍອດອາຊີຕາເວັນອອກເພື່ອຜົນປະໂຫຍດໃນການສົ່ງເສີມຂໍ​້​ລິ​ເລີ່ມກ່ຽວກັບຮູບແບບຂອງສະຖາປັດຕະຍາກຳ ແຫ່ງຄວາມໝັ້ນຄົງທີ່ເທົ່າທຽມກັນແລະ ບໍ່ສາມາດແບ່ງແຍກໄດ້ໃນພາກພື້ນອາຊີ-ປາຊີຟິກ, ຮັກສາການເຕີບໂຕແບບຍືນຍົງ ຂອງທຸກໆປະເທດໃນພາກພື້ນ, ຮັບປະກັນການເຊື່ອມໂຍງຂອງແຕ່ລະປະເທດໃນຂອບເຂດຂະບວນການເຊື່ອມໂຍງ «ເຢວ​ຼາຊີ». ຂ້າ​ພະ​ເຈົ້າ​ ຂໍ​ຖື​ໂອ​ກາດນີ້ ສະແດງຄວາມຊົມ​ເຊີຍ ແລະ ອວຍ​ພອນມາ​ຍັງບັນ​ດາເພື່ອນຮ່ວມງານ​ຝ່າຍ​ລາວ ເນື່ອງ​ໃນ​ໂອ​ກາດ​ຄົບ​ຮອບ 75 ປີ ວັນ​ການ​ທູດ​ລາວ (12 ຕຸລາ 1945-12 ຕຸລາ 2020).

ການພົວ​ພັນ​ຮ່ວມ​ມື​ທາງ​ດ້ານການທະຫານ ລາວ-ຣັດເຊຍ ກໍ່ໄດ້ຮັບການເສີມຂະຫຍາຍ ນັບມື້ນັບເລິກເຊິ່ງ. ໃນປີຜ່ານມາ, ​ໄດ້ມີການຊ້ອມຮົບຮ່ວມ​ກັນທີ່ເອີ້ນ​ວ່າ «ລາຣົສ 2019», ຊຶ່ງຈັດຂື້ນໃນດິນແດນ ສ​ປ​ປ ລາວ ເປັນຄັ້ງທຳອິດ. ນັບແຕ່ປີ 2018 ເປັນ​ຕົ້ນ​ມາ ​ມີຊ່ຽວຊານຈາກສູນປະຕິບັດງານດ້ານລະເບີດຝັງດິນສາກົນ ຂອງ ກຳລັງປະກອບອາວຸດ ຂອງ ສະຫະພັນ ຣັດເຊຍໄດ້ມາດຳເນີນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຊິ່ງຍັງຫຼົງເຫຼືອຈາກການຖິ້ມລະເບີດ ຂອງ ອາເມລິກາ ໃນຊຸມປີ 1964-1973ຢູ່ແຂວງ ບໍລິຄຳໄຊ ແລະ ແຂວງຊຽງຂວາງ. ການຈັດສົ່ງລົດຕັງ T-34 ຈຳນວນ 30 ຄັນ ໃຫ້ປະເທດພວກເຮົາໃນເດືອນ ມັງກອນປີ 2019 ຜ່ານ​ມາ ທີ່ເປັນຂອງຂວັນ ຈາກລັດຖະບານ ສປປ ລາວ ໄດ້ຮັບການຕອບຮັບ ຈາກປະຊາຊົນ​ຊາວຣັດ​ເຊຍ ຢ່າງຫຼວງຫຼາຍ.

ໃນເວລາທີ່ຫຍຸ້ງຍາກສົບ​ສົນ, ເພື່ອນ​ສະ​ຫາຍລາວ ສາມາດ​ເພິ່ງ​​ພາອາ​ໄສ​ການຊ່ວຍເຫຼືອຈາກ ຣັດເຊຍ ໄດ້ສະເໝີ. ໃນເດືອນສິງຫາປີ 2018, ຄະນະສະເພາະກິດ ຂອງ ກະຊວງສະຖານະການສຸກເສີນ ໄດ້ຈັດສົ່ງ-ມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຂະໜາດໃຫຍ່ ຢູ່ແຂວງ ອັດຕະປືແລະ ໃນເດືອນ ພຶດສະພາ ປີ 2020, ໄດ້​ມອບອຸປະກອນລະບົບ​ການກວດພະ​ຍາດ ໂຄວິດ-19, ຊຶ່ງຜະລິດໂດຍຣັດເຊຍຈຳນວນ 1,000 ເຄື່ອງມອບໃຫ້ຝ່າຍລາວ ເພື່ອສະກັດກັ້ນການແຜ່ລະ​ບາດການຕິດເຊື້ອພະ​ຍາດໂຄວິດ-19 ແລະ ການ​ຊ່ວ​ຍ​ເຫລືອຍັງຈະສືບ​ຕໍ່​ໃນ​ອະ​ນາ​ຄົດ.

ເປັນເວລາ 60 ປີທີ່ພວກເຮົາບໍ່ພຽງແຕ່ສາມາດປົກປັກຮັກສາ, ແຕ່ຍັງເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ, ຄວາມສາມັກຄີແລະການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ. ມື້ນີ້ພວກເຮົາປະເຊີນ​​ໜ້າກັບພາລະໜ້າທີ່ທີ່ມີຄວາມ ທະເຍີທະຍານໃໝ່ໃນການສ້າງການຮ່ວມມືຮອບດ້ານ ແລະ ນຳໄປສູ່ຂອບເຂດໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນພວກເຮົາຈະສາມາດບັນລຸຜົນສຳເລັດທີ່ສຳຄັນໃນທຸກຂົງເຂດ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ຂອງພວກເຮົາ ກໍ່ຄືເພື່ອຜົນປະໂຫຍດໃນການຄໍ້າປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນອາຊີ-ປາຊີຟິກ.



ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485815
ມື້ນີ້114
ມື້ວານ206
ອາທິດນີ້851
ເດືອນນີ້5120