ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງວັນການທູດ ແຫ່ງ ສປປ ລາວ ຄົບຮອບ 75 ປີ

 


     ຮ່າໂນ້ຍ, ວັນທີ 9 ຕຸລາ 2020

 

ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ທີ່ນະຄອນຫຼວງວຽງຈັນ.

 

ສະຫາຍ ສະເຫຼີມໄຊ ກົມມະສິດ, ທີ່ນັບຖື.

ເນື່ອງໃນໂອກາດ ວັນສ້າງຕັ້ງຂະແໜງການທູດ ແຫ່ງ ສປປ ລາວ ຄົບຮອບ 75 ປີ (12/10/1945-12/10/2020), ຂ້າພະເຈົ້າ ຂໍຕາງໜ້າໃຫ້ກະຊວງການຕ່າງປະເທດ ສສ ຫວຽດນາມ ອວຍພອນໄຊ ອັນປະເສີດ ມາຍັງສະຫາຍ, ຄະນະນໍາ ແລະ ບັນດາພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທຸກຖ້ວນໜ້າ.

ຕະຫຼອດໄລຍະ 75 ປີຜ່ານມາ, ຂະແໜງການຕ່າງປະເທດຂອງລາວ ສາມາດຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງຢູ່ເທິງສະໜາມຮົບການຕ່າງປະເທດ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເປີດກ້ວາງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສປປ ລາວ ກັບ ບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ, ກໍຄືໄດ້ຍົກຖານະບົດບາດຂອງ ສປປ ລາວ ທັງໃນພາກພື້ນ ແລະ ສາກົນຂຶ້ນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍາ ນໍາພາຂອງສະຫາຍ, ກະຊວງການຕ່າງປະເທດ ຈະສືບຕໍ່ຍາດໄດ້ໄຊຊະນະ ຕາມແນວທາງການຕ່າງປະເທດ ຂອງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ວາງອອກ, ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດລາວໃຫ້ສວຍສົດງົດງາມ, ຈະເລີນຮຸ່ງເຮືອງ ແລະ ມີການເຊື່ອມໂຍງ.

ປີນີ້ ເປັນປີຄົບຮອບ 75 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມເຊັ່ນດຽວກັນ. ຕະຫຼອດໄລຍະຜ່ານມາ, ຂະແໜງການຕ່າງປະເທດ ຂອງສອງປະເທດພວກເຮົາ ໄດ້ມີການປະສານສົມທົບກັນຢ່າງມີປະສິດທິຜົນສູງ, ຄຽງບ່າຄຽງໃຫຼ່ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຈິດໃຈຄວາມເປັນປະເທດເພື່ອນມິດຍຸດທະສາດແບບພິເສດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຜັນຂະຫຍາຍພາລະກິດການເມືອງ ທີ່ ພັກ ແລະ ລັດຖະບານ ມອບ   ໝາຍໃຫ້ມີຜົນສໍາເລັດຕົວຈິງ. ຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນຮ່ວມມື, ຄວາມສາມັກຄີພິເສດນີ້ ຈະໄດ້ຮັບການສືບທອດ ແລະ ເສີມຂະຫຍາຍຈາກບັນດາການນໍາ ກໍ່ຄືພະນັກງານຂະແໜງການຕ່າງປະເທດ ຂອງສອງປະເທດ ໃນຊຸມປີຕໍ່ໜ້າ ບົນຈິດໃຈປ່ຽນແປງໃໝ່ ຢ່າງມີຫົວຄິດປະດິດສ້າງ ແລະ ເປັນເຈົ້າການ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ຍາດໄດ້ໄຊຊະນະອັນໃໝ່. ຂ້າພະເຈົ້າ ຂໍຝາກຄໍາຢ້ຽມຢາມຖາມຂ່າວອັນສະໜິດສະໜົມ,​ ມິດຕະພາບອັນດູດດື່ມຜ່ານສະຫາຍ ໄປຍັງຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວ ທຸກຖ້ວນໜ້າມານະໂອກາດນີ້ດ້ວຍ.

ຟ້າມ ບິ່ງ ມິງ

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485495
ມື້ນີ້0
ມື້ວານ196
ອາທິດນີ້531
ເດືອນນີ້4800