ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດຍີ່ປຸ່ນ

 


ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2021

ພະບາດສົມ​ເດັດ,

​ເນື່ອງ​ໃນ​ໂອກາດ​ອັນ​ເປັນ​ສິລິ​ມົງຄຸນ​ແຫ່ງວັນ​ພະຣາຊະ​ສົມ​ພົບ ຄົບຮອບ 61 ພັນ​ສາ ຂອງ ​ສົມເດັດ ກໍຄືວັນຊາດຍີ່ປຸ່ນ, ຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ຂ້າພະເຈົ້າ ຂໍ​ສົ່ງ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງສົມເດັດ ​ແລະ ພະ​ບໍລົມ​ວົງສາ​ນຸວົງທຸກພະອົງ ຈົ່ງ​ຊົງ​ພະ​ກະ​ເສມສຳລານ ແລະ ​ສືບ​ຕໍ່​ເປັນ​ຮົ່ມ​ໂພ​ຮົ່ມ​ໄຊໃຫ້​ແກ່​ ປະຊາຊົນ​ຍີ່ປຸ່ນ​ ຕະຫຼອດ​ໄປ.

        ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ນັບມື້ນັບກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ຂ້າ​ພະ​ເຈົ້າ​ ຫວັງ​ເປັນຢ່າງ​ຍິ່ງວ່າ ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມຍຸດທະສາດ​ດັ່ງ​ກ່າວ ພວກເຮົາ ຈະນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ ພ້ອມ​ທັງ​ເປັນ​ການ​ປະກອບສ່ວນ​ໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍພອນ​ໄຊ​ໃຫ້ສົມເດັດ ແລະ ພະ​ບໍລົມ​ວົງສາ​ນຸວົງທຸກພະອົງ ຈົ່ງ​ມີ​ພະ​ລາ​ນາ​​ໄມ​ສົມບູນ ​ແລະ ຊົງພະ​ກະ​ເສມສຳລານ ແລະ ມີອາຍຸ​ຍິ່ງ​ຍືນນານຕະຫຼອດໄປ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ບຸນ​ຍັງ ວໍ​ລະ​ຈິດ

ປະທານ​ປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ສົມ​ເດັດ ນາຣຸຮິໂຕະ

​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ


ນະ​ຄອນ​ຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2021

ພະນະ​ທ່ານ,

ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ພະຣາຊະ​ສົມ​ພົບ ຂອງ ​ສົມ​ເດັດເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 61 ພັນ​ສາ ກໍຄືວັນຊາດຍີ່ປຸ່ນ, ​ໃນ​ນາມລັດຖະບານ ​ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ​ ພະນະ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ, ປະສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ພະນະ​ທ່ານ ​ແລະ ຂໍສົ່ງຄໍາ​ອວຍພອນ​​ໄຊ​ຜ່ານ ​ພະນະ​ທ່ານ​ ໄປ​ຍັງ ລັດຖະບານ ແລະ ​ປະຊາຊົນ​ຍີ່ປຸ່ນທຸກຖ້ວນໜ້າ ຈົ່ງ​ມີ​​ຄວາມຈະເລີນ​ຮຸ່ງເຮືອງຍິ່ງໆຂຶ້ນ.

​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມຍຸດ​ທະ​ສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວຢ່າງຕໍ່ເນື່ອງ ຕະຫຼອດມາ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນ ແລະ ​ການຮ່ວມ​ມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ຈະ​​ສືບຕໍ່ໄດ້ຮັບ​ການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດພວກເຮົາ​ ກໍຄື​ການປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ທອງ​ລຸນ ສີ​ສຸ​ລິດ

ນາຍົກລັດຖະມົນຕີ

​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ພະນະ​ທ່ານ ຊູງະ ໂຢຊິຮິເດະ,

​ນາ​ຍົກ​ລັດຖະມົນຕີ ​ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ


ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2021

ພະນະ​ທ່ານ,

ເນື່ອງ​ໃນ​ໂອກາດ​ວັນ​ພະຣາຊະ​ສົມ​ພົບ ຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 61 ພັນ​ສາ ກໍຄືວັນຊາດຍີ່ປຸ່ນ,​ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ພະນະ​ທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ບັນ​ດາ​ການ​ນຳ ແລະ ພະ​ນັກ​ງານກະ​ຊວງ​​ການຕ່າງ​ປະ​ເທດ​ຍີ່​ປຸ່ນ ຈົ່ງມີ​ສຸຂະພາບແຂງແຮງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ. ​

​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໄດ້​ຮັບ​ການເສີມ​ຂະ​ຫຍາຍ ຢ່າງກວ້າງຂວາງ ແລະ ແໜ້ນແຟ້ນ ໃນຊຸມປີຜ່ານ​ມາ, ເຊິ່ງສະແດງອອກໃນ​ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ໃນເວທີພາກພື້ນ ແລະ ສາກົນ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເປັນຕົ້ນແມ່ນການ​ຊ່ວຍ​ເຫຼືອເພື່ອການພັດທະນາດ້ານຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການ​ຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ຂອງ ສ​ປ​ປ ລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ລາວ ແລະ ຍີ່ປຸ່ນ ຈະ​​​ສືບ​ຕໍ່ໄດ້ຮັບການ​ເສີມ​ຂະ​ຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ ແລະ ຍີ່ປຸ່ນ ກໍ​ຄື​ການ​ຮ່ວມ​ມື​ອັນ​ສະ​ໜິດ​ແໜ້ນ ລະ​ຫວ່າງ ສອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ພ​ວກ​ເຮົາ.

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງພະນະທ່ານ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

​ສະ​ເຫຼີມໄຊ ກົມ​ມະ​ສິດ

ລັດຖະມົນຕີ​ກະ​ຊວງ​ການຕ່າງ​ປະ​ເທດ

​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

ພະນະ​ທ່ານ ໂມເຕງິ ໂທຊິມິດຊຶ,

​ລັ​ດ​ຖະ​ມົນ​ຕີ​ຕ່າງປະ​ເທດຍີ່ປຸ່ນ

ທີ່ ນະຄອນຫຼວງ​ໂຕ​ກຽວ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838