ນະຄອນຫຼວງວຽງຈັນ, ວັນທີ 19 ກຸມພາ 2021
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສະທາລະນະລັດອີຕາລີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນຳພາ ອັນປີຊາສາມາດ ຂອງ ພະນະທ່ານ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ສອງລັດຖະບານພວກເຮົາ ຈະໄດ້ຮັບການຮັດ ແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນທົ່ວໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ອີຕາລີ ເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດກາລະນານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນສີສຸລິດ
ພະນະທ່ານມາຣີໂອດຣັກກີ
ນາຍົກລັດຖະມົນຕີແຫ່ງສະທາລະນະລັດອີຕາລີ
ທີ່ໂຣມ