ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ

 

ນະຄອນຫຼວງວຽງຈັນ, ວັນທີ 12 ມີນາ 2021

 

 

ພະນະທ່ານ,

ໃນນາມລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອິນເດຍ ທຸກຖ້ວນໜ້າ ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄົບຮອບ 65 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະເວລາ 65 ປີ ຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ກວ້າງຂວາງໃນຫຼາຍຂົງເຂດ, ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແລະ ໃນລະດັບຕ່າງໆ ຢ່າງເປັນປົກກະຕິ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນອິນເດຍເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້້ນ.

ດ້ວຍຄວາມນັບຖືຢ່າງສູງ,

 

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ຣຳ ນາດ ໂຄວິນ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ນິວແດນລີ

 ----------------------------------------------------------------------------------------------------

ພະນະທ່ານ,

            ​ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄໍາຊົມເຊີຍ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄົບຮອບ 65 ປີ.

            ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະເວລາຫຼາຍກວ່າເຄິ່ງສະຕະວັດທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງສອງປະເທດພວກເຮົາທີ່ມີຢູ່ແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງສອງຊາດພວກເຮົາກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

            ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ​​ໄຊໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ​,

                                                                                 

                   ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
                                                                    

ພະນະທ່ານ ດຣ. ສຸບຣາມານຢໍາ ໃຈຊັງເກີ

ລັດຖະມົນຕີ ກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ອິນເດຍ

ນິວແດນລີ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484531
ມື້ນີ້47
ມື້ວານ188
ອາທິດນີ້969
ເດືອນນີ້3836