ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສສ. ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເຖິງ ຄູ່ຮ່ວມຕຳແໜ່ງຝ່າຍ ສປປ ລາວ, ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງໃໝ່

 

ສະຫາຍ ທອງລຸນ ສີສຸລິດ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

 

ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງເມື່ອໄດ້ຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ສະໄໝ ທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງໃຫ້ດໍາລົງຕຳແໜ່ງ ເປັນ ປະທານປະເທດ. ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຍິນດີຢ່າງສຸດອົກສຸດໃຈມາຍັງສະຫາຍ.

ການທີ່ສະຫາຍຖືກຮັບເລືອກໃຫ້ດໍາລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຂອງລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫຼວງຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດຕາມມະຕິກອງປະຊຸມຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 20212025.

ຂ້າພະເຈົ້າມີຄວາມຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ, ໃນໄລຍະເວລາທີ່ຜ່ານມາ, ສາຍພົວພັນທີ່ສະໜິດແໜ້ນ, ຊື່ສັດ, ບໍລິສຸດ ທີ່ມີໜຶ່ງດຽວ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ປະກອບສ່ວນເຂົ້າໃນການສ້າງສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາອັນສີວິໄລ ຂອງພາກພື້ນ. ຂ້າພະເຈົ້າມີຄວາມມຸ້ງຫວັງສືບຕໍ່ເຮັດວຽກຮ່ວມກັບສະຫາຍຢ່າງໃກ້ຊິດ ຮ່ວມກັບສະຫາຍ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບແຕກດອກອອກຜົນ, ສວຍສົດງົດງາມຍິ່ງຂຶ້ນ.

ອວຍພອນໄຊໃຫ້ທ່ານ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າຂອງຕົນ.

 

ຫວຽນ ຝູ ຈ້ອງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,

ປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມ ຫວຽດນາມ

ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 2021

-------------------------------------------------------------------------

 

 

ສະຫາຍ ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ທີ່ ນະຄອນຫຼວງວຽງຈັນ

 

ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ສະພາແຫ່ງຊາດ ສະໄໝທີ IX ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ໄວ້ວາງໃຈເລືອກຕັ້ງໃຫ້ສະຫາຍ ດໍາລົງຕຳແໜ່ງ ນາຍົກລັດຖະມົນຕີ. ການທີ່ສະຫາຍໄດ້ຖືກມອບໝາຍໃຫ້ດໍາລົງຕໍາແໜ່ງທີ່ສໍາຄັນນີ້ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງອັນໃຫຍ່ຫຼວງຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍ. ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາ ຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດສຸດມາຍັງສະຫາຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດ, ຊື່ສຽງ ແລະ ປະສົບການຂອງສະຫາຍ, ຈະນໍາພາລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດມະຕິຕົກລົງຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ໄລຍະ 2021-2025 ບັນລຸໄດ້ຜົນສໍາເລັດຢ່າງມີໄຊ ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ; ຖານະບົດບາດ ບົດບາດ ຂອງ ສປປ ລາວ ຢູ່ໃນໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບມີບົດບາດສໍາຄັນ.

ດ້ວຍຄວາມຮູ້ສຶກທີ່ຈິງໃຈ, ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດນໍາສະຫາຍໃນຕໍ່ໜ້ານີ້ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນຕະຫຼອດໄປ, ເພື່ອຄວາມສົມບູນພູນສຸກ ແລະ ຄວາມຜາສຸກ ຂອງປະຊາ ຊົນສອງຊາດພວກເຮົາ.

ຂໍອວຍພອນໃຫ້ສະຫາຍມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນຕໍາແໜ່ງໃໝ່ອັນສູງສົ່ງຂອງຕົນ.

 

ຫງວຽນ ຊັວນ ຟຸກ

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 2021

---------------------------------------------------------

 

 

ສະຫາຍ ໄຊສົມພອນ ພົມວິຫານ,

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທີ່ ນະຄອນຫຼວງວຽງຈັນ

 

ກ່ອນອື່ນໝົດ, ຕາງໜ້າສະພາແຫ່ງຊາດ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງໝົດຈິດໝົດໃຈ ມາຍັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດ ສະໄໝທີ IX ແລະ ການເລືອກຕັ້ງສະພາປະຊາຊົນຂັ້ນແຂວງສະໄໝທີ II ຢ່າງສຳເລັດຜົນຈົບງາມ ໃນວັນທີ 21 ກຸມພາ ຜ່ານມາ.

ຂ້າພະເຈົ້າມີຄວາມປິຕິຍິນດີທີ່ໄດ້ຮັບຂ່າວ ສະພາແຫ່ງຊາດ ສະໄໝທີ IX ຂອງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ໃຫ້ຄວາມໄວ້ວາງໃຈເລືອກຕັ້ງສະຫາຍ ເປັນປະທານສະພາແຫ່ງຊາດ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນສຸດອົກສຸດໃຈ ແລະ ຈິງໃຈ ມາຍັງສະຫາຍ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະສົບການອັນອຸດົມ ສົມບູນ ຂອງຕົນ, ສະຫາຍຈະສາດມາດນໍາພາສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຍາດໄດ້ຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ ພາລະກິດ ກໍ່ສ້າງປະເທດລາວ ໃຫ້ຮັ່ງມີ ເຂັ້ມແຂງ ແລະ ວັດທະນະຖາວອນ, ຖານະບົດບາດໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບໄດ້ຮັບການຍົກສູງ.

ຂ້າພະເຈົ້າມີຄວາມຍິນດີ ທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງ ຢ່າງບໍ່ຢຸດຢັ້ງ, ສະແດງອອກຜ່ານບັນດາການຢ້ຽມຢາມ, ການແລກ ປ່ຽນ ແລະ ພົບປະ ເປັນປະຈໍາ, ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງ ບັນດາໜ່ວຍງານວິຊາສະເພາະ ແລະ ສະມາຊິກສະພາ ສອງປະເທດ. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຕີລາຄາສູງ ສະພາແຫ່ງຊາດ ລາວ ໄດ້ໃຫ້ການສະໜັບສະໜູນ ສະພາແຫ່ງຊາດ ຫວຽດນາມ ໃນການເປັນປະທານ ໄອປາ ຄັ້ງທີ 41 ໃນປີ 2020 ຢ່າງປະສົບຜົນສໍາເລັດຈົບງາມ.

ຂ້າພະເຈົ້າຫວັງວ່າຈະສືບຕໍ່ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ການພົວພັນຮ່ວມມືອັນໃກ້ຊິດ ລະຫວາ່ງສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ໃຫ້ໃກ້ຊິດຍິ່ງຂຶ້ນ, ປະກອບສ່ວນຕົວຈິງ ໃນການເສີມຂະຫຍາຍ ແລະ ພັດທະນາ ການພົວພັນມິຕດະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຖືກຕາມຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ປະທານໄກສອນພົມວິຫານ ແລະ ປະທານສຸພານຸວົງ ອັນແສນຮັກ.

ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂວງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າຂອງຕົນ.

 

ຫງວຽນ ທິ ກີ່ມ ເງິນ

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 2021

-------------------------------------------------------------------------

 

ສະຫາຍ ປານີ ຢາທໍຕູ

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ທີ່ ນະຄອນຫລວງວຽງຈັນ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ສະຫາຍໄດ້ຮັບຄວາມໄວ້ວາງໃຈຈາກ ສະພາແຫ່ງຊາດ ສະໄໝທີ IX ເລືອກຕັ້ງໃຫ້ດໍາລົງຕຳແໜ່ງເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ການທີ່ ສະຫາຍໄດ້ຖຶກຮັບຮອງໃຫ້ດໍາລົງຕຳແໜ່ງອັນສຳຄັນນີ້ ຢັ້ງຢືນແລະສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງ ພັກ,ລັດ ແລະ ປະຊາຊົນ ລາວ ຕໍ່ການການປະກອບສ່ວນອັນສໍາຄັນໃນໄລຍະຜ່ານມາ ຂອງສະຫາຍ. ພິເສດໃນໄລຍະດຳລົງຕຳແຫນ່ງ ເປັນປະທານສະພາແຫ່ງຊາດລາວ ສະໄຫມທີ VIII, ຕາງຫນ້າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນປະເສີດສຸດ ແລະ ໝົດຈິດໝົດໃຈມາຍັງສະຫາຍ.

ຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອຫມັ້ນ ແລະ ປະສົບການອັນອຸດົມສົມບູນ ຂອງ ສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນອັນໃຫຍ່ຫລວງໃນການປົກປັກຮັກສາ, ສ້າງສາພັດທະນາ ສປປ ລາວ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວອ້າຍນ້ອງ.

ດ້ວຍຈິດໃຈຜູກພັນອັນເລິກເຊີ່ງ ແລະ ສະນິດສະຫນົມ ກັບ ປະຊາຊົນ ແລະ ປະເທດຫວຽດນາມ, ຂ້າພະເຈົ້າ ຫວັງວ່າ ສະຫາຍຈະສືບຕໍ່ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດສະໜົມ, ນໍາເອົາຜົນປະໂຫຍດຕົວຈີງ ມາສູ່ປະຊາຊົນສອງຊາດ ພວກເຮົາ.

ອວຍພອນສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມພາສຸກ ແລະ ປະສົບຜົນສຳເລັດຕໍ່ຫນ້າທີ່ວຽກງານອັນສູງສົ່ງຂອງ ສະຫາຍ.

 

ດັ້ງ ທິ ຫງອກ ຖິ້ງ

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ນະຄອນຫຼວງຮ່າໂນຍ, ວັນທີ 22 ມີນາ 2021

-------------------------------------------------------------------------

 

ສະຫາຍ ບຸນທອງ ຈິດມະນີ,

ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ທີ່ ນະຄອນຫຼວງວຽງຈັນ

ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ສະພາແຫ່ງຊາດ ສະໄໝທີ IXແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄວ້ວາງໃຈເລືອກຕັ້ງໃຫ້ສະຫາຍ ດໍາລົງຕໍາແໜ່ງ ຮອງປະທານປະເທດ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ຜົນສໍາເລັດຂອງສະຫາຍ ໃນໄລຍະຜ່ານມາ. ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນຈິງໃຈ ແລະ ອົບອຸ່ນທີ່ສຸດມາຍັງສະຫາຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດ, ຊື່ສຽງ ແລະ ປະສົບການຂອງສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນພາລະກິດການສ້າງປະເທດລາວທີ່ເຂັ້ມແຂງ, ຮັ່ງມີ ແລະ ຈະເລີນຮຸ່ງເຮືອງ, ຖານະບົດບາດ ຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບໄດ້ບົດບາດສໍາຄັນ.

ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ຮ່ວມເຮັດວຽກກັບສະຫາຍຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດພວກເຮົາ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ສະຫາຍມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນຕໍາແໜ່ງໃໝ່ຂອງຕົນ.

 

ດັ້ງ ທິ ຫງອ໋ກ ທິ້ງ

ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 2021

-------------------------------------------------------------------------

 

 

ສະຫາຍ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ນັບຖືຮັກແພງ

ຂ້າພະເຈົ້າ ຮູ້ສຶກດີໃຈທີ່ສຸດເມື່ອໄດ້ຊາບຂ່າວວ່າ, ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຫັນດີຮັບຮອງໃຫ້ສະຫາຍສືບຕໍ່ດຳລົງຕຳແໜ່ງເປັນ ລັດຖະ ມົນຕີ ກະຊວງການຕ່າງປະເທດ ອີກສະໄໝ. ຕາງໜ້າໃຫ້ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຍິນດີຢ່າງສຸດອົກສຸດໃຈ.

ຂ້າພະເຈົົ້າ ເຊື່ອໝັ້ນວ່າດ້ວຍຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ, ປະສົບການໃນການເຮັດວຽກ ທີ່ມີຄວາມຊຳນິຊຳນານໃນຂະແໜງການການຕ່າງປະເທດ, ສະຫາຍຈະສາມາດສືບຕໍ່ຊີ້ນຳ ກະຊວງການຕ່າງປະເທດ ລາວ ໃຫ້ຍາດໄດ້ຜົນສຳເລັດອັນໃໝ່, ຢ່າງມີໄຊ ໃນພາລະກິດທີ່ ພັກ-ລັດ ລາວ ໄດ້ມອບໝາຍໃຫ້, ປະຕິບັດ ແນວທາງ ການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ, ບໍ່ຢຸດຢັ້ງໃນການຍົກສູງ ຖານະ ແລະ ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ, ໃນໄລຍະຕໍ່ໜ້ານີ້, ສະຫາຍຈະສືບຕໍ່ເອົາໃຈໃສ່ຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດ ເວົ້າລວມ, ກໍ່ຄືການຮ່ວມມືອັນໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ ລະຫວ່າງສອງກະຊວງ ເວົ້າສະເພາະ.

ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງສະຫາຍ.

 

ຟາມ ບິງ ມິ່ງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ຮ່າໂນ້ຍ, ວັນທີ 22 ມິຖຸນາ 2021 

-------------------------------------------------------------------------

 

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485754
ມື້ນີ້53
ມື້ວານ206
ອາທິດນີ້790
ເດືອນນີ້5059