ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາຍີ່ປຸ່ນ ສົ່ງສານຊົມເຊີຍການນໍາຂອງ ສປປ ລາວ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່

 

 

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ພະນະທ່ານ ເຊິ່ງເປັນຜູ້ນໍາທີ່ສະຫຼາດສ່ອງໃສ ໃນການຊີ້ນໍານໍາພາພາລະກິດການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ ໃນໄລຍະທີ່ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີນັ້ນ ໄດ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ. ພະນະທ່ານ ໄດ້ຮັບຄວາມເຊື່ອໝັ້ນໃຫ້ດໍາລົງຕໍາແໜ່ງທີ່ສໍາຄັນຄື ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນ ປະທານປະເທດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ຮ່ວມມືກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການເປັນ “ຄູ່ຮ່ວມຍຸດທະສາດ” ຂອງສອງປະເທດ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

          ໃນຕໍ່ໜ້າ, ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງຂອງ ສປປ ລາວ ເປັນຕົ້ນແມ່ນ ການສະໜັບສະໜູນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9. ນອກຈາກນີ້, ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ມູນຄ່າປະມານ 200 ລ້ານເຢັນ (ປະມານ 2 ລ້ານໂດລາສະຫະລັດ) ເພື່ອຍົກລະດັບລະບົບຂົນສົ່ງເກັບຮັກສາຄວາມເຢັນ ທີ່ຈໍາເປັນຕໍ່ການເກັບຮັກສາວັກແຊັງໃນ ສປປ ລາວ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມືໃນການເຮັດໃຫ້ທຸກຄົນໃນທົ່ວໂລກສາມາດເຂົ້າເຖິງວັກແຊັງ ເພື່ອກ້າວໄປເຖິງການຢຸດຕິການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄດ້ໂດຍໄວທີ່ສຸດ.

          ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສະຫງ່າລາສີຂອງຕົນ ແລະ ຂໍອວຍພອນໃຫ້ປະເທດລາວ ຈົ່ງຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ມີນາ 2021

ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

ຊູງະ ໂຢຊິຮິເດະ

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------------------------

 

ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ຂ້າພະເຈົ້າ ຄິດເຖິງການພົບປະກັບພະນະທ່ານ ໃນໂອກາດທີ່ພະນະທ່ານ ເດີນທາງມາຢ້ຽມຢາມປະເທດຍີ່ປຸ່ນ ເພື່ອຮັບຫຼຽນກຽດຕິຄຸນອາທິດອຸໄທ ໃນເດືອນພະຈິກ 2019, ເຊິ່ງໃນຂະນະນັ້ນ ຂ້າພະເຈົ້າດໍາລົງຕໍາແໜ່ງເປັນຫົວໜ້າເລຂາທິການລັດຖະບານຍີ່ປຸ່ນ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ພະນະທ່ານ ເຊິ່ງເປັນຜູ້ທີ່ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນຍີ່ປຸ່ນ-ລາວ ໃນຫຼາຍວຽກງານຂະແໜງການນັ້ນ ໄດ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ຮ່ວມມືກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການເປັນ “ຄູ່ຮ່ວມຍຸດທະສາດ” ຂອງສອງປະເທດ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນອະນາຄົດ.

          ໃນຕໍ່ໜ້າ, ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງຂອງ ສປປ ລາວ ເປັນຕົ້ນແມ່ນ ການສະໜັບສະໜູນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9. ນອກຈາກນີ້, ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ມູນຄ່າປະມານ 200 ລ້ານເຢັນ (ປະມານ 2 ລ້ານໂດລາສະຫະລັດ) ເພື່ອຍົກລະດັບລະບົບຂົນສົ່ງເກັບຮັກສາຄວາມເຢັນ ທີ່ຈໍາເປັນຕໍ່ການເກັບຮັກສາວັກແຊັງໃນ ສປປ ລາວ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມືໃນການເຮັດໃຫ້ທຸກຄົນໃນທົ່ວໂລກສາມາດເຂົ້າເຖິງວັກແຊັງ ເພື່ອກ້າວໄປເຖິງການຢຸດຕິການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄດ້ໂດຍໄວທີ່ສຸດ.

          ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສະຫງ່າລາສີຂອງຕົນ ແລະ ຂໍອວຍພອນໃຫ້ປະເທດລາວ ຈົ່ງຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ມີນາ 2021

ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

ຊູງະ ໂຢຊິຮິເດະ

 

ພະນະທ່ານ ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------------------------

 

ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ອີກຄັ້ງ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX.

          ຂ້າພະເຈົ້າ ໄດ້ມີໂອກາດແລກປ່ຽນຄໍາຄິດຄໍາເຫັນ ແລະ ສ້າງຄວາມລື້ງເຄີຍເພື່ອນມິດຮ່ວມກັບພະນະທ່ານ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ໃນປີກາຍນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ພະນະທ່ານ ໄດ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ອີກຄັ້ງ. ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຮ່ວມກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການເປັນ “ຄູ່ຮ່ວມຍຸດທະສາດ” ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

          ໃນຕໍ່ໜ້າ, ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງຂອງ ສປປ ລາວ ເປັນຕົ້ນແມ່ນ ການສະໜັບສະໜູນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ພ້ອມດຽວກັນນັ້ນ ກໍຈະເພີ່ມທະວີການຮ່ວມມື ເພື່ອແກ້ໄຂບັນຫາພາກພື້ນ ແລະ ສາກົນ ທີ່ກໍາລັງພົບພໍ້ຢູ່. ສໍາລັບວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ມູນຄ່າປະມານ 200 ລ້ານເຢັນ (ປະມານ 2 ລ້ານໂດລາສະຫະລັດ) ເພື່ອຍົກລະດັບລະບົບຂົນສົ່ງເກັບຮັກສາຄວາມເຢັນ ທີ່ຈໍາເປັນຕໍ່ການເກັບຮັກສາວັກແຊັງໃນ ສປປ ລາວ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມືໃນການເຮັດໃຫ້ທຸກຄົນໃນທົ່ວໂລກສາມາດເຂົ້າເຖິງວັກແຊັງ ເພື່ອກ້າວໄປເຖິງການຢຸດຕິການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄດ້ໂດຍໄວທີ່ສຸດ.

          ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສະຫງ່າລາສີຂອງຕົນ ແລະ ຂໍອວຍພອນໃຫ້ປະເທດລາວ ຈົ່ງຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ມີນາ 2021

 ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

 ໂມເຕງິ ໂທຊິມິດຊຶ

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------------------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485822
ມື້ນີ້121
ມື້ວານ206
ອາທິດນີ້858
ເດືອນນີ້5127