ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ຣາຊະອານາຈັກ ກຳປູເຈຍ ສົ່ງຈົດໝາຍຊົມເຊີຍຕໍ່ຄູ່ຮ່ວມຕຳແໜ່ງໃໝ່ ຝ່າຍ ສປປ ລາວ

 

 

ພະນະທ່ານ ດຣ. ທອງລຸນ ສີສຸລິດ

ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ,

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນບໍ່ດົນມານີ້. ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງສຸງສຸດ ອັນເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຢ່າງຕາຍໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນລາວ ໃນການບໍລິຫານປະເທດ ທີ່ມີຄວາມປີຊາສາມາດຂອງພະນະທ່ານ ໂດຍສະເພາະການນໍາພາປະເທດຊາດ ໃຫ້ມີຄວາມສີວິໄລ ແລະ ຈະເລີນກ້າວໜ້າໃນອະນາຄົດ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງພະນະທ່ານ ທີ່ໄດ້ຖະນຸບໍາລຸງສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃນໄລຍະທີ່ພະນະທ່ານ ໄດ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນທຸກຂົງເຂດ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນບົນພື້ນຖານໄມຕີຈິດມິດຕະພາບຖານເພື່ອນບ້ານ ແລະ ຄວາມສາມັກຄີແບບພີ່ນ້ອງ, ເຊິ່ງໄດ້ປະກອບສ່ວນບໍ່ພຽງແຕ່ຄວາມຢູ່ດີກິນດີຂອງປະຊາຊົນສອງຊາດຂອງພວກເຮົາ ແຕ່ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຈະສືບຕໍ່ຮ່ວມເຮັດວຽກກັບຜູ້ທີ່ຈະມາສືບທອດຕໍາແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ຕໍ່ໄປ ເພື່ອເພີ່ມພູນຄູນສ້າງການພົວພັນທີ່ດີ ແລະ ການຮ່ວມມືຍຸດທະສາດຮອບດ້ານ, ຍາວນານ ລະຫວ່າງສອງປະເທດຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານຜົນປະໂຫຍດລວມ ຂອງປະຊາຊົນສອງຊາດຂອງພວກເຮົາ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະຊາຄົມອາຊຽນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສຸງ,

ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຊ ຮຸນ ແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ພະນົມເປນ, ວັນທີ 22 ມີນາ 2021

-----------------------------------------------------

ພະນະທ່ານ ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ,

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ລາວ ແລະ ກໍາປູເຈຍ ເປັນເພື່ອນບ້ານ ແລະ ອ້າຍນ້ອງທີ່ດີ, ມີມິດຕະພາບທີ່ຍາວນານ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນທຸກຂົງເຂດການຮ່ວມມື. ຂ້າພະເຈົ້າ ພ້ອມທີ່ຈະສືບຕໍ່ຮ່ວມເຮັດວຽກກັບພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນດີ ແລະ ການຮ່ວມມືຍຸດທະສາດຮອບດ້ານ, ຍາວນານ ລະຫວ່າງສອງປະເທດຂອງພວກເຮົາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ຄວາມພະຍາຍາມ ແລະ ຄວາມຕັ້ງໃຈໃນການເຮັດວຽກຮ່ວມກັນ ຂອງພວກເຮົາ ຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ການຮ່ວມມືທີ່ດີ ແລະ ມີໝາກຜົນລະຫວ່າງ ລາວ ແລະ ກໍາປູເຈຍ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ຂອງພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ເພື່ອການພັດທະນາທີ່ຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີຄວາມຜາສຸກ, ມີສຸຂະພາບເຂັ້ມ ແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສຸງ,

ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຊ ຮຸນແຊນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ພະນົມເປນ, ວັນທີ 23 ມີນາ 2021

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484424
ມື້ນີ້128
ມື້ວານ273
ອາທິດນີ້862
ເດືອນນີ້3729