ມົດສະກູ, ແກຼັມແລັງວັນທີ 23 ມີນາ 2021
ພະນະທ່ານ ທອງລຸນ ສີສຸລິດ,
ຂ້າພະເຈົ້້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສາຍພົວພັນ ລະຫວ່າງ ສ. ຣັດເຊຍ ແລະ ສປປ ລາວ ແມ່ນສາຍພົວພັນ ແຫ່ງ ມິດຕະພາບອັນເປັນມູນເຊື້ອຍາວນານ. ຂ້າພະເຈົ້້າ ຂໍຢໍ້າຄືນເຖິງຄວາມໝາຍໝັ້ນຂອງພວກເຮົາ ເພື່ອສືບຕໍ່ພັດທະນາການປຶກສາຫາລືສອງຝ່າຍທີ່ສ້າງສັນ ແລະ ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆ. ການພົວພັນດັ່ງກ່າວ ໄດ້ສົ່ງຜົນປະໂຫຍດ ໃຫ້ແກ່ປະຊາຊົນຂອງສອງປະເທດພວກເຮົາ ແລະ ສອດຄ່ອງກັບການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນຂົງເຂດ ອາຊີ-ປາຊີຟິກ ຢ່າງແທ້ຈິງ.
ຂ້າພະເຈົ້້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ ແລະ ປະສົບຜົນສຳເລັດໜ້າທີ່ຮັບຜິດຊອບໃນການດຳລົງຕຳແໜ່ງເປັນປະມຸກລັດຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ວາລາດີເມຍປູຕິນ
ປະທານາທິບໍດີແຫ່ງສະຫະພັນຣັດເຊຍ
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
--------------------------------------------------------------------