ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2021
ສະຫາຍ ເວືອງ ດິງ ເຫວະ
ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ
ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ
ສະຫາຍ ທີ່ຮັກແພງ,
ໃນນາມສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຊາບຂ່າວວ່າ ສະຫາຍ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນເທື່ອທີ 11ຂອງສະພາແຫ່ງຊາດຊຸດທີ XIV, ໃນວັນທີ 31 ມີນາ 2021. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະອວຍພອນໄຊອັນປະເສີດ ມາຍັງສະຫາຍ ມານະໂອກາດນີ້ດ້ວຍ.
ການທີ່ສະຫາຍໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕໍາແໜ່ງທີ່ສຳຄັນ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງສູງສຸດ ຈາກພັກ, ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນຫວຽດນາມອ້າຍນ້ອງ ຜູ້ທີ່ມີປະສົບການສູງ, ບົດຮຽນອັນອຸດົມສົມບູນ ແລະພົ້ນເດັ່ນ ຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ, ບົດຮຽນອັນລໍ້າຄ່າ ແລະປະສົບການອັນອຸດົມສົມບູນ ຂອງສະຫາຍ, ສະຫາຍ ຈະນໍາພາສະພາແຫ່ງຊາດຫວຽດນາມ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດທີ່ມີກຽດສະຫງ່າ ແລະ ສູງສົ່ງ ດ້ວຍຜົນສຳເລັດອັນຈົບງາມ ກໍ່ຄືການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ເຊີດຊູຖານະບົດບາດ ຂອງປະເທດຊາດຫວຽດນາມ ນັບມື້ຍິ່ງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ; ຫວຽດນາມ-ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍໂຕ ໃຫ້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໄຊອັນປະເສີດແດ່ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ, ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນສູງສົ່ງ ແລະມີກຽດສະຫງ່າ ຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ປອ. ໄຊສົມພອນ ພົມວິຫານ
ກຳມະການກົມການເມືອງສູນກາງພັກ
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ