ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນຈາກ ການນຳຂັ້ນສູງຂອງ ຣາຊະອານາຈັກ ກຳປູເຈຍ ເຖິງ ຄູ່ຮ່ວມຕຳແໜ່ງໃຫມ່ຝ່າຍ ສປປ ລາວ

 

ພະນະທ່ານ ປ.ອ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ ປະທານປະເທດ,

ໃນນາມປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ສະແດງຄວາມຊົມເຊີຍ ມາຍັງພະນະທ່ານ ທີ່ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາສະໄໝທີ 9 ໃນວັນທີ 22 ມີນາ 2021.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພະນະທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບໄຊຊະນະ, ມີການພັດທະນາຈະເລີນຮຸ່ງເຮືອງໃນທຸກດ້ານ ແລະ ຮັກສາໄດ້ ບົດບາດທີ່ສໍາຄັນໃນພາກພື້ນ ແລະ ສາກົນໂລກ.

ຂ້າພະເຈົ້າ ຫວັງວ່າ ປະຊາຊົນສອງຊາດພວກເຮົາ ຣາຊະອານາຈັກກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບໃຫ້ໃກ້ຊິດຍິ່ງຂື້ນ ແລະ ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ການຮ່ວມມື ແລະ ການພັດທະນາປະເທດຊາດ ໃຫ້ດີຍິ່ງໆຂຶ້ນ.

ຂ້າພະເຈົ້າ ຂໍອວຍພອນມາຍັງພະນະທ່ານ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດຮັບໃຊ້ປະເທດຊາດ ແລະ ປະຊາຊົນລາວ ອັນສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສຸງ,

 

ພະກະລຸນາ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ

 

ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

 

ວັນທີ 24 ມີນາ 2021

-----------------------------------------------------

 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

 

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງອີກສະໄໝໜຶ່ງໃຫ້ເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງລັດຖະມົນຕີຕ່າງປະເທດ ອີກສະໄໝໜຶ່ງ ສະແດງໃຫ້ເຫັນເຖິງຄວາມຮັບຮູ້ ແລະ ຄວາມໄວ້ວາງໃຈຂອງຜູ້ນໍາທີ່ມີ ຕໍ່ການຄຸ້ມຄອງ, ຄວາມສາມາດ ແລະ ຜົນສໍາເລັດທີ່ປະຈັກຕາຂອງພະນະທ່ານໃນການປົກປ້ອງຜົນປະໂຫຍດ ແລະ ກຽດສັກສີຂອງຊາດລາວໃນເວທີພາກພື້ນ ແລະ ສາກົນ.

 

ບົດຈິດໃຈແຫ່ງການພົວພັນມິດຕະພາບທີ່ມີມາ, ເພື່ອນບ້ານທີ່ດີ ແລະ ອ້າຍນ້ອງທີ່ດີ, ກໍາປູເຈຍ ແລະ ລາວ ມີສາຍພົວພັນ ແລະ ການຮ່ວມມືອັນໃກ້ຊິດທີ່ດີ ໃນຫຼາຍຂົງເຂດ. ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນ ທີ່ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນທີ່ດີ ແລະ ຊຸກຍູ້ການຮ່ວມມືທີ່ມີມາໃຫ້ໄດ້ຮັບ ໝາກຜົນຕົວຈິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຂອງພວກເຮົາ ກໍຄືການຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຄົມອາຊຽນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສຸງ,

 

ປຣາກ ໂຊຄົນ

 

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ

 

ພະນົມເປັນ, ວັນທີ 26 ມີນາ 2021

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484565
ມື້ນີ້81
ມື້ວານ188
ອາທິດນີ້1003
ເດືອນນີ້3870