ພະນະທ່ານ,
ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມລັດຖະບານອານເຊຣີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ອວຍພອນ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນພາລະກິດອັນສູງສົ່ງ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນລາວ ເພື່ອນມິດ ຂອງ ພະນະທ່ານ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຍິນດີເປັນຢ່າງຍິ່ງ ທີ່ຈະ ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ທີ່ເຊື່ອມຕໍ່ສອງປະເທດຂອງພວກເຮົາ.
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອີກຄັ້ງໜື່ງ ທີ່ ພະນະທ່ານ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງໃນຄັ້ງນີ້, ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
(ລາຍເຊັນ)
ອັບເດວລາຊິດ ດີເຈຣາດ
ພະນະທ່ານ ດຣ ພັນຄຳ ວິພາວັນ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ