ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກ ບັນດາການນຳ ແຫ່ງ ສິງກະໂປ ເຖິງ ບັນດາການນຳ ແຫ່ງ ສປປ ລາວ

ວັນທີ 30 ມີນາ 2021

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ໃນນາມປະຊາຊົນ ສິງກະໂປ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສິງກະໂປ ແລະ ລາວ ມີສາຍພົວພັນອັນດີເລີດ, ສະແດງອອກໃນການພົວພັນຮ່ວມມືຢ່າງກວ້າງຂວາງໃນຫຼາຍຂົງເຂດ ແລະ ຂະຫຍາຍໄປສູ່ການພົວພັນ ລະຫວ່າງປະຊາຊົນສອງຊາດ.          ສອງປະເທດພວກເຮົາມີການຮ່ວມມືຢ່າງໃກ້ຊິດໃນເວທີສາກົນອື່ນໆ ເຊັ່ນດຽວກັບເວທີອາຊຽນ ແນ່ໃສ່ສົ່ງເສີມສັນຕິພາບ ແລະ ຄວາມວັດທະນະຖາວອນ ໃນພາກພື້ນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງ     ກວ່າເກົ່າ ພາຍໃຕ້ການນຳພາຂອງ ພະນະທ່ານ.​ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອຮັດແໜ້ນສາຍພົວພັນສອງຝ່າຍ. ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ     ພະນະທ່ານ ຈົ່ງປະສົບຜົນສຳໃນໜ້າທີ່ວຽກງານທີ່ມີກຽດຂອງ ພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

   (ລາຍເຊັນ)

ຮາລິມາ ຢາຄອບ

 

ປະທານາທິບໍດີ

 

ແຫ່ງ ສາທາລະນະລັດ ສິງກະໂປ


ພະນະທ່ານ ນາງ ປານີ ຢາທໍ່ຕູ້

ຮອງປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ທີ່ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສິງກະໂປ ແລະ ສປປ ລາວ ມີສາຍພົວພັນອັນດີເລີດ ແລະ ກວມເອົາຫຼາຍຂົງເຂດ. ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ໄດ້ຮ່ວມເຮັດວຽກກັບ ພະນະທ່ານ ໃນໄລຍະດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດລາວ. ແຄນ ທີ່ ພະນະທ່ານ ໄດ້ມອບໃຫ້ຂ້າພະເຈົ້າ ໃນລະຫວ່າງການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາອາຊຽນ ຄັ້ງທີ 39 ທີ່ ສິງກະໂປ ໃນປີ 2018 ຜ່ານມາ ກໍ່ໄດ້ວາງສະແດງໄວ້ທີ່ສໍານັກງານປະທານາທິບໍດີ ອິດສະຕານາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າພາຍໃຕ້ການນຳພາທີ່ປີຊາສາມາດຂອງ ພະນະທ່ານ ແລະ ຂໍອວຍພອນໄຊ   ມາຍັງ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງ ພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

   (ລາຍເຊັນ)

ຮາລິມາ ຢາຄອບ

ປະທານາທິບໍດີ

ແຫ່ງ ສາທາລະນະລັດ ສິງກະໂປ


 ພະນະທ່ານ ບຸນຍັງ ວໍລະຈິດ

ອາດີດປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ໃນໂອກາດທີ່ ພະນະທ່ານ    ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດຕ້ອນຮັບ ພະນະທ່ານ ເດີນທາງ ຢ້ຽມຢາມທາງລັດຖະກິດ ທີ່ ສິງກະໂປ ໃນປີ 2018 ຜ່ານມາ, ການພົວພັນລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຮັບການເສີມຂະຫຍາຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຜ່ານມາ, ສອງປະເທດຂອງພວກເຮົາ ໄດ້ຮ່ວມມືກັນໃນຫຼາຍຂົງເຂດ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນເວທີອາຊຽນ ແລະ ເວທີສາກົນອື່ນໆ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວ ແລະ ກ້າວສູ່ລວງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຂອງພວກເຮົາ.

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ມີພະລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

   (ລາຍເຊັນ)

ຮາລິມາ ຢາຄອບ

ປະທານາທິບໍດີ

ແຫ່ງ ສາທາລະນະລັດ ສິງກະໂປ


 ພະນະທ່ານ ປອ. ທອງລຸນ ສີສຸລິດ,

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

ຂ້າພະເຈົ້າ ຂໍຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພາຍໃຕ້ການນໍາພາໃນໄລຍະທີ່ ພະນະທ່ານ ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ, ສປປ ລາວ ມີຄວາມກ້າວໜ້າທາງດ້ານເສດຖະກິດຫຼາຍດ້ານ ແລະ ໄດ້ມີການຂະຫຍາຍຕົວແບບກ້າວກະໂດດ    ໃນພາກພື້ນ. ສປປ ລາວ ຍັງໄດ້ປະສົບຜົນສໍາເລັດໃນການເປັນປະທານອາຊຽນ ໃນປີ 2016. ຂ້າພະເຈົ້າ ຮູ້ສຶກດີໃຈທີ່ເຫັນວ່າ ສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຮັບການເພີ່ມພູນຄູນສ້າງ ໃນໄລຍະທີ່ ພະນະທ່ານ ເປັນນາຍົກລັດຖະມົນຕີ, ພະນະທ່ານ ຍັງໄດ້ເດີນທາງຢ້ຽມຢາມທາງການທີ່ ສິງກະໂປ ໃນປີ 2017 ອັນເປັນການເປີດກວ້າງທ່າແຮງການພົວພັນຮ່ວມມື ລະຫວ່າງ ສອງປະເທດຂອງພວກເຮົາ ທັງໃນປະຈຸບັນ ກໍຄື ອະນາຄົດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພະນະທ່ານ              ຈະສືບຕໍ່ນໍາພາ ສປປ ລາວ ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ສອງປະເທດຂອງພວກເຮົາ ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດ ເພື່ອສັນຕິພາບ ແລະ ຄວາມວັດທະນະຖາວອນ ຂອງພາກພື້ນພວກເຮົາ.

ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ (ໂຮຈິງ)ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນມີກຽດສະຫງ່າຂອງ ພະນະທ່ານ.

                                                               (ລາຍເຊັນ)

                                                                ລີ ຊຽນ ລຸງ

ນາຍົກລັດຖະມົນຕີ

         ສິງກະໂປ

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


 ພະນະທ່ານ ປອ. ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນຢ່າງຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສປປ ລາວ ແລະ ສິງກະໂປ ມີໄມຕີຈິດມິດຕະພາບທີ່ອົບອຸ່ນ ແລະ ຍາວນານຮ່ວມກັນ ເຫັນໄດ້ຈາກການຮ່ວມມືໃນຫຼາຍຂົງເຂດ. ສອງປະເທດພວກເຮົາ ໄດ້ຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນອາຊຽນ ແລະ ບັນດາຂອບການຮ່ວມມືຫຼາຍຝ່າຍ ເພື່ອສົ່ງເສີມສັນຕິພາບ ແລະ ຄວາມວັດທະນະຖາວອນ ໃນພາກພື້ນ. ສິງກະໂປ ແມ່ນໃຫ້ຄໍາໝັ້ນສັນຍາ ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຜ່ານຫຼັກສູດການສ້າງຂີດຄວາມສາມາດ ພາຍໃຕ້ໂຄງການຮ່ວມມືສິງກະໂປ ແລະ ໂຄງການຝຶກອົບຮົມ ທີ່ຈັດຢູ່ ສູນການຮ່ວມມືລາວ-ສິງກະໂປ ທີ່ ນະຄອນຫຼວງ       ວຽງຈັນ.

ເຖິງແມ່ນວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຮ່ວມມືທີ່ໃກ້ຊິດຂອງພວກເຮົາ ໃນອາຊຽນ ຈະເຮັດໃຫ້ພວກເຮົາ ສາມາດເອົາຊະນະສິ່ງທ້າທາຍ ແລະ ເຂັ້ມແຂງກວ່າເກົ່າ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກກັບ ພະນະທ່ານ ເພື່ອຮັດແໜ້ນສາຍພົວພັນສອງຝ່າຍຂອງພວກເຮົາ. ຂ້າພະເຈົ້າ ມີຄວາມປິຕິຍິນດີເຊື້ອເຊີນ ພະນະທ່ານ ຢ້ຽມຢາມທາງການທີ່ ສິງກະໂປ ໃນເວລາທີ່ ພະນະທ່ານ ສະດວກ.

ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນ       ສໍາເລັດ ໃນພາລະບົດບາດໃໝ່ຂອງ ພະນະທ່ານ.

                                                               (ລາຍເຊັນ)

                                                               ລີ ຊຽນ ລຸງ

    ນາຍົກລັດຖະມົນຕີ

             ສິງກະໂປ

 

ພະນະທ່ານ ປອ. ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484641
ມື້ນີ້157
ມື້ວານ188
ອາທິດນີ້1079
ເດືອນນີ້3946