ນະຄອນຫຼວງວຽງຈັນ, ວັນທີ 27ເມສາ2021
ສົມເດັດ ພະຣາຊາ,
ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ໂຮນລັງ,ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງ ສົມເດັດ ພະຣາຊາ ແລະ ປະຊາຊົນ ໂຮນລັງທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໂຮນລັງ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ໄດ້ຮັບໝາກຜົນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ຂອງພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນທົ່ວໂລກ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ໂຮນລັງ ເພື່ອນມິດ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນຕະຫຼອດກາລະນານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ພະຣາຊາ ວິນລຽມ-ອາເລັກຊານເດີ
ແຫ່ງ ຣາຊະອານາຈັກ ໂຮນລັງ
ທີ່ ລາຮາຍ
----------------------//----------------------