ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກການນຳຂັ້ນສູງຂອງ ຊອກຊີ, ອູແກຣນ, ສ.ອາແຊັກໄບຊານ ແລະ ສ.ເບຣາຣຸດຊີ ເຖິງ ການນຳຂັ້ນສູງ ແຫ່ງ ສປປ ລາວ, ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່

ພະນະທ່ານ

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຕະບີລີຊີ, ວັນທີ 31 ມີນາ 2021

ພະນະທ່ານ,

ຕາງໜ້າໃຫ້ປະຊາຊົນ ຊອກຊີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ຄວາມພະຍາຍາມຂອງ ພະນະທ່ານ ໃນຖານະເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຮັບປະກັນໃຫ້ປະເທດຂອງຕົນມີອະນາຄົດທີ່ມີສະຖຽນລະພາບ ແລະ ຜົນສໍາເລັດ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ປະຊາຊົນລາວ ເພື່ອນມິດ ຈົ່ງມີສັນຕິສຸກ, ສຸຂະພາບເຂັ້ມແຂງ ແລະ ຄວາມຈະ ເລີນຮຸ່ງເຮືອງ.

         

ດ້ວຍຄວາມນັບຖືຢ່າງສູງ.

ຊາໂລເມ ຊູຣາບິດຈ໌ວິລີ

ປະທານາທິບໍດີ ຊອກຊີ

******************************************

 

ພະນະທ່ານ ປອ. ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ຕະບີລີຊີ, ວັນທີ 29 ມີນາ 2021

 

ພະນະທ່ານ,

 

ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຊອກຊີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຊອກຊີ ໃຫ້ຄວາມສໍາຄັນໃນການພັດທະນາມິດຕະພາບ ແລະ ການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສອງປະເທດພວກເຮົາ ແລະ ຂ້າພະເຈົ້າ ເຊື່ອວ່າ ໃນໄລຍະການດຳລົງຕໍາແໜ່ງຂອງ ພະນະທ່ານ ສາຍພົວພັນມິດຕະພາບຂອງພວກເຮົາ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ.

 

ດ້ວຍຄວາມນັບຖືຢ່າງສູງ.

 

ອີຣາຄລີ ກາຣີບາສວິລີ

-------------------------------------------------------------------------------------------------------------------------------------------------

 

ປະທານາທິບໍດີ ອູແກຣນ

 

ກີແອບ, 29 ມີນາ 2021

 

ພະນະທ່ານ!

 

ຕາງໜ້າປະຊາຊົນ ອູແກຣນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຢູ່ ອູແກຣນ, ພວກຂ້າພະເຈົ້າ ຍັງຈົດຈໍາການຢ້ຽມຢາມທາງການຂອງ ພະນະທ່ານ ໃນນາມ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງ ກີແອບ ໃນປີ 2011, ເຊິ່ງໄດ້ກາຍເປັນກໍາລັງແຮງຊຸກຍູ້ທີ່ສໍາຄັນໃຫ້ແກ່ການປຶກສາຫາລື ລະຫວ່າງ ສອງປະເທດເພື່ອນມິດພວກເຮົາ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ, ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ລະຫວ່າງ ອູແກຣນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ຮັບການເສີມຂະຫຍາຍໃຫ້ໜັກແໜ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

 

ອູແກຣນ ໃຫ້ຄວາມສໍາຄັນພິເສດຕໍ່ການພັດທະນາສາຍພົວພັນກັບ ລາວ ແລະ ປະເທດອື່ນໆ ຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ສະນັ້ນ ຈຶ່ງຫວັງວ່າຈະໄດ້ຮັບການສະໜັບຈາກປະເທດຂອງ ພະນະທ່ານ ຕໍ່ຄວາມມຸ່ງມາດປາຖະໜາຂອງ ອູແກຣນ ທີ່ຕ້ອງການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດມິດຕະພາບ ແລະ ການຮ່ວມມື ຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດອັນໃຫຍ່ຫຼວງໃນການເຄື່ອນໄຫວປະຕິບັດລັດຖະກິດທີ່ສໍາຄັນຂອງ ພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມສະຫງົບສຸກ, ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.

 

          ຂໍສະແດງຄວາມນັບຖືຢ່າງສູງ,

 

 

ວາລາດີເມຽ ເຊເລັນສະກີ

 

                    

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

-------------------------------------------------------------------------------------------------------------------------------------------------

ເຖິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ

ທອງລຸນ ສີສຸລິດ

ພະນະທ່ານ ທີ່ນັບຖື,

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອາແຊັກໄບຊານ ແລະ ສປປ ລາວ ຈະສືບຕໍ່ພັດທະນາຍິ່ງໆຂຶ້ນ ແລະ ການຮ່ວມມືຂອງພວກເຮົາໃນຂອບຫຼາຍຝ່າຍ, ລວມທັງໃນຂອບຂະບວນການບໍ່ຮ່ວມກຸ່ມ ຈະດຳເນີນຕໍ່ໄປ.

ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນປະເສີດມາຍັງພະນະທ່ານ ແລະ ຂໍໃຫ້ ພະນະທ່ານ ປະສົບຜົນສໍາເລັດທຸກປະການໃນການປະຕິບັດຫນ້າທີ່ຄວາມຮັບຜິດຊອບຂອງຕົນ ເພື່ອນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນລາວ ເພື່ອນມິດ.

          ຂໍສະແດງຄວາມນັບຖືຢ່າງສູງ,

ອິນຮາມ ອາລີເຢບ

                                                                             ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ

-------------------------------------------------------------------------------------------------------------------------------------------------

 

ປະທານາທິບໍດີ

ແຫ່ງ ສາທາລະນະລັດ ເບລາຣຸດຊີ

ມິນສກ໌, 29 ມີນາ 2021

ພະນະທ່ານ,

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຜົນການເລືອກຕັ້ງໄດ້ສ່ອງແສງເຖິງການຮັບຮູ້ໜ້າທີ່ຕໍາແໜ່ງ ກໍ່ຄືການປະຕິບັດໜ້າທີ່ ແລະ ຄວາມເສຍສະຫຼະຂອງ ພະນະທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນລາວ.

ຢູ່ ເບລາຣຸດຊີ, ພະນະທ່ານ ເປັນບຸກຄົນທີ່ຖືກຮັບຮູ້ວ່າເປັນນັກການເມືອງທີ່ເຕັມໄປດ້ວຍປະສົບການ, ເປັນຄົນຮັກຊາດ ແລະ ເປັນເພື່ອນມິດອັນຍິ່ງໃຫຍ່ຂອງພວກຂ້າພະເຈົ້າ.

          ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາ ລະຫວ່າງ ນະຄອນຫຼວງມິນສກ໌ ແລະ ນະຄອນຫຼວງວຽງຈັນ (ລະຫວ່າງ ສອງປະເທດພວກເຮົາ) ຈະສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ.

          ຂ້າພະເຈົ້າ ຄາດຫວັງວ່າ ດ້ວຍການສະໜັບສະໜູນຂອງ ພະນະທ່ານ ສອງປະເທດພວກເຮົາຈະໄດ້ມີການປຶກ ສາຫາລືເຊິ່ງກັນແລະກັນ ທີ່ເປັນຜົນປະໂຫຍດຮ່ວມກັນຫຼາຍຂຶ້ນຕື່ມ.

          ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດອັນໃໝ່ໃນການປະຕິບັດລັດຖະກິດທີ່ຕົນຮັບຜິດຊອບ.

ຂໍສະແດງຄວາມນັບຖືຢ່າງສູງມາຍັງ ພະນະທ່ານ.

ອາເລັກຊານເດີ ລູກາເຊັນໂກ

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

******************************************

 

ນາຍົກລັດຖະມົນຕີ

 

ແຫ່ງ ສາທາລະນະລັດ ເບລາຣຸດຊີ

 

ມິນສກ໌, 26 ມີນາ 2021

 

ພະນະທ່ານ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

          ຂ້າພະເຈົ້າ ເຊື່ອໝັ້ນວ່າ ການເຄື່ອນໄຫວປະຕິບັດລັດຖະກິດຂອງ ພະນະທ່ານ, ຈະປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນ ແລະ ການພັດທະນາທີ່ຍືນຍົງຢູ່ປະເທດຂອງ ພະນະທ່ານ.

 

          ຂ້າພະເຈົ້າ ຫວັງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາທາລະນະລັດ ເບລາຣຸດຊີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສາມາດສືບຕໍ່ຮັກສາລະດັບສາຍພົວພັນມິດຕະພາບທີ່ມີມາ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ລວມທັງໄດ້ຮັບຜົນສໍາເລັດທີ່ສໍາຄັນໃນການເສີມຂະຫຍາຍການພົວພົວພັນສອງຝ່າຍໃນທຸກຂົງເຂດການຮ່ວມມື.

 

          ຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນທຸກໆແຜນວຽກຂອງ ພະນະທ່ານ.

 

ຂໍສະແດງຄວາມນັບຖືຢ່າງສູງມາຍັງ ພະນະທ່ານ.

 

ຣາມັນ ກາລົບເຊັນໂກ

 

ພະນະທ່ານ ພັນຄໍາ ວິພາວັນ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485627
ມື້ນີ້132
ມື້ວານ196
ອາທິດນີ້663
ເດືອນນີ້4932