ນະຄອນຫລວງວຽງຈັນ, ວັນທີ 20 ພຶດສະພາ 2021
ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ.
ຂ້າພະເຈົ້າ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ພະນະທ່ານ ຄິມ ບູຄຽມ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ
ທີ່ນະຄອນຫຼວງເຊອູນ