ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍຊົມເຊີຍການນຳລາວ ຈາກ ອົດສະຕຣາລີ

 

 

ພະນະທ່ານ ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ທີ່ໄດ້ເລື່ອນຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພະນະທ່ານ ໄດ້ມີບົດບາດອັນສຳຄັນໃນການເສີມສ້າງສາຍພົວພັນສອງຝ່າຍຂອງພວກເຮົາ ໃນໄລຍະທີ່ ພະນະທ່ານ ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ພາຍໃຕ້ການຊີ້ນຳ-ນຳພາຂອງ ພະນະທ່ານ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມວິໄສທັດ ອິນໂດ-ປາຊີຟິກ ທີ່ເປີດກວ້າງ ແລະ ຈະເລີນຮຸ່ງເຮືອງ ແລະ ມຸ້ງມາດປາດຖະໜາໃນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ ຂອງ ອົດສະຕຣາລີ.

ອົດສະຕຣາລີ ແລະ ລາວ ມີສາຍພົວພັນມິດຕະພາບອັນຍາວນານ, ຊຶ່ງພວກເຮົາ ຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ໃນເດືອນມັງກອນ 2022 ທີ່ຈະມາເຖິງນີ້. ອົດສະຕຣາລີ ຈະສືບຕໍ່ຢືນຄຽງຂ້າງ ສປປ ລາວ. ອົດສະຕຣາລີ ໄດ້ໃຫ້ສັນຍາວ່າ ຈະໃຫ້ການຊ່ວຍເຫຼືອ ຈຳນວນ 15,2 ລ້ານໂດລາອົດສະຕຣາລີ ເພື່ອຈັດຊື້ ແລະ ຂົນສົ່ງວັກແຊັງສຳລັບພະຍາດໂຄວິດ-19 ທີ່ ປອດໄພ ແລະ ມີປະສິດທິຜົນ. ຂ້າພະເຈົ້າ ມີຄວາມຍິນດີທີ່ໄດ້ຮັບຂ່າວວ່າ ວັກແຊັງ ງວດທຳອິດ ທີ່ ອົດສະຕຣາລີ ມີສ່ວນຮ່ວມໃຫ້ການຊ່ວຍເຫຼືອໄດ້ສົ່ງເຖິງ ສປປ ລາວ ໃນວັນທີ 20 ມີນາ 2021 ທີ່ຜ່ານມາ.

ອົດສະຕຣາລີ ມີຄວາມໝາຍໝັ້ນທີ່ຈະຊ່ວຍເຫຼືອ ສປປ ລາວ ໃນການຟື້ນຟູເສດຖະກິດ. ຜ່ານການຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ ອັນໃໝ່ ທີ່ ຂ້າພະເຈົ້າ ໄດ້ປະກາດໃນເດືອນພະຈິກ 2020 ທີ່ຜ່ານມາ, ອົດສະຕຣາລີ ຈະໃຫ້ການຊ່ວຍເຫຼືອທີ່ສຳຄັນອັນໃໝ່ ໃນການຟື້ນຟູຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ລວມທັງການໃຫ້ທຶນການສຶກສາໃຫມ່ ໃນການສ້າງຄວາມອາດສາມາດໃຫ້ແກ່ຊັບພະຍາກອນມະນຸດ.

ຂ້າພະເຈົ້າ ເຊື່ອຫມັ້ນວ່າ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ແຕກດອກອອກຜົນ ແລະ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ແລະ ຄອບຄົວ ໂຊກດີປີໃໝ່ລາວ.

ດ້ວຍຄວາມນັບຖືຢ່າງສູງ.

 

(ລາຍເຊັນ)

ສະກ໋ອດ ໂມຣິຊັນ

ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484540
ມື້ນີ້56
ມື້ວານ188
ອາທິດນີ້978
ເດືອນນີ້3845