ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປາກິດສະຖານ ແລະ ສປປ ລາວ ເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບທີ່ກໍາລັງຈະເລີນເຕີບໂຕ ທາງດ້ານເສດຖະກິດ ແລະ ຂົງເຂດອື່ນໆທີ່ສໍາຄັນ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍຂອງພວກເຮົາ ໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ຂໍຖືໂອກາດນີ້ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ຂໍອວຍພອນໄຊໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມຢູ່ເຢັນເປັນສຸກ ແລະ ມີຄວາມວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
(ລາຍເຊັນ)
ມາກດຸມ ຊາ ມາມຸດ ຄູເຮັດຊິ
ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ
4 ພຶດສະພາ 2021