ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງມາເລເຊຍ ສົ່ງສານສະແດງຄວາມຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 55 ປີ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ

ພະນະທ່ານ ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ,

ໃນນາມລັດຖະບານ ແລະ ປະຊາຊົນ ມາເລເຊຍ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອຸ່ນມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສະເຫຼີມສະຫຼອງຄົບຮອບ 55 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ.

ໂດຍປະຕິບັດຕາມການພົວພັນຮ່ວມມືສອງຝ່າຍທີ່ເຂັ້ມແຂງ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສປປ ລາວ ແລະ ມາເລເຊຍ ຈະສາມາດຜ່ານຜ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກ້າວໄປສູ່ການພັດທະນາເສດຖະກິດ ແລະ ນໍາເອົາຜົນປະໂຫຍດຮ່ວມກັນໃນອະນາຄົດ.

ດ້ວຍຄວາມນັບຖືຢ່າງສູງ,

 

 

ຕັນ ສຣິ ດາໂຕະ ຮາຈີ ມາຮິດດິນ ບິນ ຮາຈີ ມູຢິດດິນ ຢັດຊິນ

 

------------------------------------------------------------------------------------------------

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ,

 

ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດຄົບຮອບ 55 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທຸກຖ້ວນໜ້າ ທີ່ໄດ້ອຸທິດຕົນໂດຍທີ່ບໍ່ຮູ້ອິດຮູ້ເມື່ອຍ ແລະ ເຮັດວຽກຢ່າງຫ້າວຫັນ ເພື່ອຊຸກຍູ້ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍຂອງພວກເຮົາ ໄດ້ຮັບຜົນສຳເລັດ.

 

ຂ້າພະເຈົ້າ ມີຄວາມຍິນດີທີ່ເຫັນວ່າ ສປປ ລາວ ແລະ ມາເລເຊຍ ມີສາຍພົວພັນທີ່ດີງາມຮ່ວມກັນມາໂດຍຕະຫຼອດ ນັບຕັ້ງແຕ່ມື້ສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1966 ແລະ ເປັນຄູ່ຮ່ວມພິເສດພາຍໃຕ້ຂອບການຮ່ວມມືອາຊຽນ.

 

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມ ຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ຄັ້ງທີ 4 (JCBC 4) ທີ່ ນະຄອນຫຼວງວຽງຈັນ. ຂ້າພະເຈົ້າ ຈະປືກສາຫາລືການເສີມຂະຫຍາຍການພົວພັນຮ່ວມມື ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການຮ່ວມມືຮອບດ້ານຈະເຮັດໃຫ້ສອງປະເທດຂອງພວກເຮົາ ສາມາດປະຕິບັດເປົ້າໝາຍ ແລະ ໂຄງການຕ່າງໆທີ່ຕັ້ງໄວ້ ເພື່ອຂະຫຍາຍການພົວພັນໄປໃນຫຼາຍຂົງເຂດ ລວມທັງການຄ້າ, ການລົງທຶນ, ການສ້າງຂີດຄວາມສາມາດ ແລະ ການຊ່ວຍເຫຼືອດ້ານເຕັກນິກ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນ.

 

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍຖືໂອກາດນີ້ສະເຫຼີມສະຫຼອງບັນດາຜົນສໍາເລັດທີ່ພວກເຮົາຍາດມາໄດ້ເຖິງ 55 ປີ ແຫ່ງການຮ່ວມມືມິດຕະພາບອັນໃກ້ຊິດ ແລະ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງສືບຕໍ່ປະສົບຜົນສຳເລັດ ແລະ ມີພະລານາໄມສົມບູນໃນຊຸມປີຕໍ່ໜ້າ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ຮິດຊໍາມຸດດິນ ຕຸນ ຮຸດສ໌ເຊນ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484208
ມື້ນີ້185
ມື້ວານ147
ອາທິດນີ້646
ເດືອນນີ້3513