ນະຄອນຫຼວງວຽງຈັນ, 01 ສິງຫາ 2021
ພະນະທ່ານ,
ໃນນາມປະຊາຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານແລະ ປະຊາຊົນ ເບແນັງ ເພື່ອນມິດ ເນື່ອງໃນວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ເບແນັງ ຄົບຮອບ 61ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບແນັງ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນ ເບແນັງ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປາທຼິກ ຕາລົງ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບແນັງ
ທີ່ ປໍຣໂຕ ໂນໂວ.
***************//*************