ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວນພອນຂອງ ລັດຖະມົນຕີກະຊວງການຕ່າງປະເທດ, ໃນໂອກາດ ວັນຄົບຮອບ 54 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 24 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

FMreadMessage

 

 

ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,

ບັນດາ ເພື່ອນມິດສະຫາຍ ພະນັກງານ, ທະຫານ,ຕໍາຫຼວດ ແລະພໍ່ແມ່ພີ່ນ້ອງຊາວລາວ​​ທີ່ນັບຖື ແລະ ຮັກແພງທັງຫຼາຍ,

ມື້ນີ້ວັນທີ 8 ສິງຫາ 2021, ພວກເຮົາພ້ອມກັນລະນຶກ ແລະ ສະເຫຼີມສະຫຼອງ ວັນຄົບ ຮອບ 54 ປີ ແຫ່ງການສ້າງຕັ້ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ, ໃນທ່າມກາງທີ່ທົ່ວໂລກ ພວມປະເຊີນໜ້າກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ໄພພິບັດທຳມະຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍມາເປັນອົງການຈັດຕັ້ງ ລະຫວ່າງລັດຖະບານ ໃນລະດັບພາກພື້ນ ໂດຍມີຈຸດປະສົງ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ,ສະຖຽນລະພາບແລະ ການຮ່ວມມືເພື່ອຄວາມສົມບູນພູນສຸກຂອງບັນດາປະເທດສະມາຊິກ ບົນພື້ນຖານກົດບັດອາຊຽນ ທີ່ແນໃສ່ສ້າງຕັ້ງປະຊາຄົມອາຊຽນ ພາຍໃຕ້ຄໍາຂວັນ: "ວິໄສທັດໜຶ່ງດຽວ, ເອກະລັກໜຶ່ງດຽວ, ປະຊາຄົມໜຶ່ງດຽວ".

ປັດຈຸບັນ ອາຊຽນ ປະກອບດ້ວຍ 10 ປະເທດສະມາຊິກ, ມີປະຊາກອນລວມກັນຫຼາຍກວ່າ 670 ລ້ານຄົນ, ມີວັດທະນະທໍາ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນ ແຕ່ຢູ່ຮ່ວມກັນ ແລະ ຮ່ວມມືກັນ ບົນຈິດໃຈແຫ່ງຄວາມເປັນເອກະພາບ ທ່າມກາງຄວາມຫຼາກຫຼາຍ ແລະ ໄດ້ກາຍເປັນອົງການຈັດຕັ້ງພາກພື້ນ ທີ່ໄດ້ຮັບຜົນສໍາເລັດເປັນຮູບປະທຳໃນຫຼາຍດ້ານ, ເປັນຂົງເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບຍາວນານ; ມີຄວາມເຂັ້ມແຂງທາງເສດຖະກິດ, ເປັນພາກພື້ນທີ່ມີເສດຖະກິດໃຫ່ຍອັນດັບ 5 ຂອງໂລກ ແລະ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການພັດທະນາດ້ານສັງຄົມ ກໍຄື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາຊຽນໃຫ້ນັບມື້ນັບດີຂຶ້ນ. ຜົນສໍາເລັດຂອງອາຊຽນ ຍັງໄດ້ຖືກຮັບຮູ້ຢ່າງກວ້າງຂວາງຈາກສາກົນໂດຍສະເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນເອກະສັນຂອງອາຊຽນ ທີ່ເປັນຫຼັກການພື້ນຖານອັນສຳຄັນ ຮັບປະກັນໃຫ້ແກ່ບັນດາຜົນສຳເລັດຕ່າງໆ ກໍຄືການພົວພັນຮ່ວມມືກັບພາຍນອກ.

ຢ່າງໃດກໍຕາມ, ໃນປີ 2021 ນີ້ ອາຊຽນ ກໍຄື ຫຼາຍພາກພື້ນໃນໂລກ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍ ໂດຍສະເພາະ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດທໍາມະຊາດ ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ສຸຂະພາບ, ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ. ເຖິງແມ່ນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ກັນໄດ້ຖືກຢຸດສະງັກ, ແຕ່ອາຊຽນບໍ່ໄດ້ລົດລະ ໃນການສືບຕໍ່ເພີ່ມທະວີການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານຫຼາຍຮູບແບບ ລວມທັງ ຜ່ານການຈັດກອງປະຊຸມທາງໄກ (Video Conference) ໃນທຸກລະດັບ ເພື່ອປຶກສາຫາລື ກ່ຽວກັບການສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19, ການກຽມ ພ້ອມຮັບມື ແລະ ແກ້ໄຂບັນຫາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ. ອັນສໍາຄັນ, ອາຊຽນ ໄດ້ເຫັນດີສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ແລະ ໄດ້ເຫັນດີໃຫ້ນຳໃຊ້ງົບປະມານ ຈໍານວນ 10.5 ລ້ານໂດລາສະຫະລັດ ຈາກກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຈັດຊື້ຢາວັກແຊັງໃຫ້ແກ່ປະ ເທດສະມາຊິກອາຊຽນ ແລະ ພະນັກງານກອງເລຂາອາຊຽນ.

ບົນຈິດໃຈຄຳຂວັນ ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນປີ 2021, ອາຊຽນ ຈະສືບຕໍ່ສ້າງປະຊາຄົມອາຊຽນ ທີ່ມີຄວາມຫ່ວງໃຍ, ເສີມຂະຫຍາຍຄວາມສາມາດຂອງອາຊຽນ ໃນການກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ແລະ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ ເພື່ອການພັດທະນາເສດ ຖະກິດແບບຍືນຍົງ ກໍຄື ສົ່ງເສີມບັນດາຫຼັກການອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ເພື່ອສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ສປປ ລາວ ພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997.ຕະຫຼອດໄລຍະ 24 ປີ ທີ່ຜ່ານມາ, ສປປ ລາວ ກໍໄດ້ເຂົ້າຮ່ວມຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງຕໍ່ພາລະບົດບາດ ແລະ ໜ້າທີ່ຂອງຕົນ ແນໃສ່ປົກປ້ອງ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດຂອງຕົນ, ເຊິ່ງທັງໝົດນີ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ;ຍົກສູງຖານະບົດບາດຂອງສປປ ລາວ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫຼືອຈາກປະເທດສະມາຊິກອາຊຽນດ້ວຍກັນ ກໍຄືຈາກປະ ເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນເປັນຮູບປະທໍາ ແຫ່ງການດຳເນີນນະໂຍບາຍການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ກໍຄື ແນວທາງການປ່ຽນແປງໃໝ່ຂອງພັກ-ລັດເຮົາ.

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ​​,

ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະ 24 ປີ ທີ່ເປັນສະ ມາຊິກອາຊຽນນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງ​​ໃກ້ຊິດ ຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງ​​ພະນັກງານ,ລັດຖະກອນທຸກພາກສ່ວນນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ,ເຕັມສ່ວນ ແລະ ມີປະສິດທິພາບສູງ ເຂົ້າໃນວຽກງານອາຊຽນ. ນະໂອກາດນີ້,ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຮ່ວມມື,ຊ່ວຍເຫຼືອ,ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.

ພ້ອມນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ,ທະຫານ, ຕຳຫຼວດ,ນັກສຶກສາ ປັນຍາຊົນຕະຫຼອດຮອດປະຊາຊົນລາວບັນດາເຜົ່າຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການ ໃນການຮັບມືແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເດັດດ່ຽວ ແລະ ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຂອງພັກ ແລະ ລັດຖະບານ ກໍຄື ເອົາໃຈໃສ່ປະກອບສ່ວນເຄື່ອນໄຫວໃນວຽກງານອາຊຽນ ເພື່ອນໍາເອົາ​​ຜົນປະໂຫຍດອັນສູງສຸດ ມາສູ່ປະເທດຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດແລະຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນແລະຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືປະກອບສ່ວນ​​ເຂົ້າໃນການເຄື່ອນໄຫວວຽກງານອາຊຽນນັ້ນ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ ແລະ ລະນຶກເຖິງວັນຄົບຮອບ 54 ປີ ຂອງອາຊຽນ ແລະ ຄົບຮອບ 24ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ຄວາມໝາຍ.

ຂໍຂອບໃຈ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485414
ມື້ນີ້115
ມື້ວານ227
ອາທິດນີ້450
ເດືອນນີ້4719