ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ມາເລເຊຍ ຄົບຮອບ 64 ປີ

 

ນະຄອນຫຼວງວຽງຈັນ, ວັນທີ 31 ສິງຫາ 2021

ສົມເດັດ ອັນ-ຊຸນຕານ ອັບດຸນລາ ຣິ ອາຢາຕຸດິນ

ອັນ-ມຸສຕາຟາ ບິນລາ ຊາ ອິບນີ ອັນ-ມາຣຸມ

ຊຸນຕານ ຮາຈິ ອາມັດ ຊາ ອັນ-ມຸສຕາອິນ ບິນລາ

ເຈົ້າຊີວິດ ແຫ່ງ ມາເລເຊຍ

ທີ່ ກົວລາລໍາເປີ

ສົມເດັດ ຣາຊາທິບໍດີ,

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 64 ປີ, ໃນນາມ ປະຊາຊົນລາວແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ແລະ ປະຊາຊົນ ມາເລເຊຍ ເພື່ອນມິດ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດທີ່ຜ່ານມາ, ການພົວພັນ ແລະ ຮ່ວມມືສອງຝ່າຍລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ ໃນຫຼາຍຂົງເຂດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຂອງສອງປະເທດພວກເຮົາ ຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດແດ່ສົມເດັດ ຣາຊາທິບໍດີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ພະອົງ ແລະ ຂໍໃຫ້ປະຊາຊົນມາເລເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສປປ ລາວ

**************************************

ນະຄອນຫຼວງວຽງຈັນ, ວັນທີ 30 ສິງຫາ 2021

ພະນະທ່ານ ດາໂຕະ ສຣິ ອິດສະມາອິນ ຊາບຣິ ຢາຄ໋ອບ

ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

ທີ່ ກົວລາລໍາເປີ

ພະນະທ່ານ,

ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 64 ປີ, ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ມາເລເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ທີ່ໄດ້ຮັບການພັດທະນາ ແລະ ການເອົາໃຈໃສ່ສົ່ງເສີມໃຫ້ຂະຫຍາຍຕົວໃນຫຼາຍດ້ານ ຕະຫຼອດໄລຍະກວ່າ 5 ທົດສະວັດຜ່ານມາ. ຂ້າພະເຈົ້າ ມີຄວາມຍິນດີສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືໃນຄອບຄົວອາຊຽນ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນປະຈຸບັນໃຫ້ພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ.

ດ້ວຍຄວາມນັບຖືຢ່າງສູງ,

ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

************************************** 

 

ນະຄອນຫຼວງວຽງຈັນ, ວັນທີ 31 ສິງຫາ 2021

 

 

ທ່ານ ດາໂຕະ ໄຊຟຸດດິນ ບິນ ອັບດຸນລາ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ

ທີ່ ກົວລາລໍາເປີ

ພະນະທ່ານ, 

ເນື່ອງໃນໂອກາດວັນຊາດ ມາເລເຊຍຄົບຮອບ 64 ປີ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ເພື່ອນຮ່ວມງານທັງໝົດ ຂອງກະຊວງການຕ່າງປະເທດ ມາເລເຊຍ ທຸກຖ້ວນໜ້າ. 

ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີຢູ່ ລະຫວ່າງສອງປະເທດພວກເຮົາ ໂດຍສະເພາະລະຫວ່າງສອງກະຊວງຂອງພວກເຮົາໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຫຼາຍກວ່າ 5 ທົດສະວັດຜ່ານມາ. ຂ້າພະເຈົ້າ ມີຄວາມຍິນດີຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີ່ມີຢູ່ແລ້ວນັ້ນ ລະຫວ່າງສອງຊາດ ແລະ ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດລວມມາສູ່ ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄື ຄອບຄົວອາຊຽນ. 

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ລວມທັງເພື່ອນຮ່ວມງານຂອງກະຊວງຕ່າງປະເທດ ມາເລເຊຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ ແລະ ມີຄວາມຍິນດີຕ້ອນຮັບ ພະນະທ່ານ ມາຢ້ຽມຢາມທາງການທີ່ ສປປ ລາວ ໃນໂອກາດອັນໃກ້ນີ້. 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,                                  

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

 

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473