ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນ ວັນຊາດ ຫວຽດນາມ ຄົບຮອບ 76 ປີ

 

 

ເຖິງ:    

-      ສະຫາຍ ຫງວຽນ ຝູ້ ຈ໋ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ;

-      ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;

-      ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ;

-      ສະຫາຍ ເວືອງ ດິງ ເຮວະ, ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

.

ທີ່ ນະຄອນຫຼວງຮ່າໂນ້ຍ.

 

ບັນດາສະຫາຍທີ່ຮັກແພງ,

ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍຖານສະຫາຍອ້າຍນ້ອງອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະ ບານ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນສະ​ຖາ​ປະ​ນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 76 ປີ ຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ອັນມີປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ,ດ້ວຍຈິດໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອພິລະອາດຫານທີ່ບໍ່ຍອມຈໍານົນ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ, ຍາດເອົາເອກະລາດແຫ່ງຊາດ ແລະ ກ້າວໄປເຖິງການທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ, ສືບຕໍ່ພາລະກິດສ້າງສາແລະ ປົກປັກຮັກສາປະເທດຊາດ ສັງຄົມນິຍົມ ໃນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ, ໂດຍສະເພາະແມ່ນໄລຍະ 35ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ເຊິ່ງສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດເປັນກ້າວໆມາ, ຮັກສາສະຖຽນລະພາບທາງດ້ານການເມືອງ ໄດ້ຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ​, ​ເສດຖະກິດ ມີການຂະຫຍາຍຕົວດີ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ,ມີການພົວພັນຮ່ວມມືສາກົນຢ່າງກວ້າງຂວາງ, ຖານະບົດບາດຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການຕໍ່ສູ້ ເພື່ອຄວາມກ້າວໜ້າທາງສັງຄົມຂອງບັນດາປະເທດ ກໍ່ຄືພາລະ ກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.

ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ ຂອງພັກກອມມູນິດຫວຽດນາມ ຄັ້ງທີ XIIໄດ້ປະສົບຜົນສຳເລັດເປັນກ້າວໆມາ ເຖິງແມ່ນວ່າສະພຈຫນກ ລະຫວ່າງສອງປະເທດນນໍາຕ່າງພົບປະສອງຈັງຫວະ ອບດ້ານ ລາວງນາມ່ວມມືຍຸດທະສາດ ໄລຍະ 2021-2030 າບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19, ພັກ, ລັດແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍັງສືບຕໍ່ຍາດໄດ້ຜົນສຳເລັດຢ່າງໃຫຍ່ຫຼວງ, ເປັນຕົ້ນແມ່ນການຂະຫຍາຍຕົວດ້ານເສດຖະກິດ ເຊິ່ງເພີ່ມຂຶ້ນເຖິງ 6%, ພວກຂ້າພະເຈົ້າຕີລາຄາສູງ ຕໍ່ຜົນສໍາເລັດອັນສໍາຄັນທີ່ ສສ ຫວຽດນາມ ຍາດມາໄດ້ຕະຫຼອດມາ ແລະ ຖືສິ່ງນີ້ ເປັນແຫຼ່ງກໍາລັງໃຈ ໃຫ້ແກ່ ສປປ ລາວ ໃນການພັດທະນາປະເທດຊາດຂອງຕົນ.

ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຂອງພວກເຮົາຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການປົກປັກຮັກສາ, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ດ້ວຍຢາດເຫື່ອ ແລະ ເລືອດເນື້ອ ຂອງບັນດານັກຮົບປະຕິວັດ ແລະ ບັນດາການນໍາຫຼາຍຮຸ້ນຄົນຂອງສອງຊາດພວກເຮົາ, ສືບຕໍ່ໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ນັບມີປະສິດທິຜົນ, ກາຍເປັນມູນມໍລະດົກອັນລໍ່້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ທັງເປັນປັດໃຈຕັດ ສິນໄຊຊະນະພາລະກິດປະຕິວັດຂອງທັງສອງຊາດ ລາວ-ຫວຽດນາມ ພວກເຮົາ ຕະຫຼອດມາ.

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພາລະກິດປະຕິວັດ ຂອງປະຊາ ຊົນລາວ ພວກຂ້າພະເຈົ້າ ຕະຫຼອດມາ, ທັງໃນໄລຍະຕໍ່ສູ້ກູ້ຊາດ ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ປະຊາຊົນສອງຊາດພວກເຮົາ ກໍາລັງປະເຊີນຢູ່ໃນປະຈຸບັນ.

ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງໄປຢ່າງສັບສົນ ແລະ ສະຫຼັບສັບຊ້ອນປານໃດກໍ່ຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບບັນດາສະຫາຍ ໃນການປົກປັກຮັກສາ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່​ຫາ​ຍາກ​ດັ່ງ​ກ່າວ ໃຫ້​ຄົງຢູ່​ກັບ​ປະ​ຊາ​ຊົນ 2 ຊາດ ​ຕະ​ຫລອດໄປ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງ​ສືບຕໍ່​ຍາດ​ໄດ້ຜົນ​ສໍາ​ເລັດອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXIIIຂອງພັກກອມ ມູນິດຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ, ຮອດປີ 2025 ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກໍາຕາມທິດທັນສະໄໝ, ຂ້າມຜ່ານລະດັບລາຍໄດ້ສະເລ່ຍປານກາງຕໍ່າ; ຮອດປີ 2030 ກາຍ ເປັນປະເທດກໍາລັງພັດທະນາ, ມີອຸດສາຫະກໍາທັນສະໄໝ, ມີລາຍໄດ້ສະເລ່ຍປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດ ທະນາ, ມີລາຍໄດ້ສູງ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ ໃນ​ການ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ​ຫວຽດ​ນາມ ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ ເພື່ອບັນ​ລຸ​ຈຸດໝາຍທີ່ວາງໄວ້.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

 

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2021

ທອງລຸນ ສີສຸລິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໄຊສົມພອນ ພົມວິຫານ

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 ------------------------------------------------------------------------------------------

 

 

ເຖິງ:  ສະຫາຍ ບຸ່ຍ ແທງ ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ ນະຄອນຫຼວງຮ່າໂນ້ຍ.

ສະຫາຍລັດຖະມົນຕີທີ່ຮັກແພງ,

ໃນນາມຕາງໜ້າຄະນະນໍາ, ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 76 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດຄ່ອງແຄ້ວຂອງພັກກອມມູນິດຫວຽດນາມ ໂດຍສະເພາະການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIIຢ່າງມີໄຊນັ້ນ ໄດ້ເຮັດໃຫ້ປະຊາຊົນຫວຽດນາມ ອ້າຍນ້ອງສາມາດຍາດມາໄດ້ຜົນສໍາເລັດອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຕົນ ພິເສດມີການປະກອບສ່ວນສໍາຄັນຂອງຂະແໜງການຕ່າງປະເທດ ເຮັດໃຫ້ຊື່ສຽງ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີ ພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພວກສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIIIຂອງພັກກອມມູນິດຫວຽດນາມ, ບັນລຸໄດ້ບັນດາເປົ້າໝາຍທີ່ຕັ້ງໄວ້ຢ່າງມີໄຊ, ສືບຕໍ່ຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ​, ​ເສດຖະກິດມີການຂະຫຍາຍຕົວດີ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂື້ນເທື່ອລະກ້າວ,ມີການພົວພັນຮ່ວມມືສາກົນຢ່າງກວ້າງຂວາງ, ຖານະບົດບາດຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດພວກເຮົາ ກໍ່ຄື ສອງກະຊວງການຕ່າງປະເທດ ທີ່ນັບມື້ ໄດ້ຮັບການພັດທະນາໃຫ້ສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຕະຫຼອດໄລຍະຜ່ານມາ ແລະ ຂໍຢືນຢັນຄວາມຕັດສິນໃຈຂອງຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືຢ່າງສະໜິດແໜ້ນ ກັບ ຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນຢ່າງຈິງໃຈ ໃຫ້ບັນດາສະຫາຍຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນວຽກງານການຕ່າງປະເທດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະ​ເທດຊາດ ແລະ ໄດ້ຮັບໄຊຊະນະຢ່າງຈົບງາມ ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຢ່າງຊິ້ນເຊີງ.

ຂໍອວຍພອນໃຫ້ ສະຫາຍລັດຖະມົນຕີ ຈົ່ງມີພາລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນ   ໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

                                                                                               

ນະຄອນຫຼວງວຽງຈັນ, ວັນທີ 01 ກັນຍາ 2021

ສະເຫຼີມໄຊ ກົມມະສິດ

ກໍາມະການກົມການເມືອງສູນກາງພັກ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485290
ມື້ນີ້218
ມື້ວານ169
ອາທິດນີ້326
ເດືອນນີ້4595