ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສປປ ເກົາຫຼີ ຄົບຮອບ 73 ປີ

 

ນະຄອນຫຼວງວຽງຈັນ,ວັນທີ 9 ກັນຍາ 2021

ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 73 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖວ້ນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 73 ປີ ແຫ່ງການສະຖາປະນາປະເທດຊາດ ສປປ ເກົາຫຼີ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວໜຽວແໜ້ນ ຂອງພັກແຮງງານເກົາຫຼີ ທີ່ມີກຽດສະຫງ່າ ອັນມີປະທານ ກິມອິນຊຸງ, ຜູ້ນຳຍິ່ງໃຫຍ່ເປັນຜູ້ສ້າງຕັ້ງ ແລະ ດ້ວຍຈິດໃຈຮັກຊາດອັນດູດດື່ມ, ປະຊາຊົນ ສປປ ເກົາຫຼີ ສາມາດຍາດມາໄດ້ບັນດາຜົນສຳເລັດອັນໃຫ່ຍຫຼວງຮອບດ້ານ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີສະຖຽນລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການເຕີບໃຫ່ຍເຂັ້ມແຂງ, ຊິວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ຖານະບົດບາດຂອງ ສປປ ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ທີ່ໄດ້ຮັບການສ້າງຕັ້ງໂດຍ ການນຳຮຸ້ນອາວຸໂສຂອງສອງພັກ, ສອງປະເທດພວກເຮົານັ້ນ, ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ສປປ ລາວ - ສປປ ເກົາຫຼີ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ໜຽວແໜ້ນຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ເປັນແກນນໍຳໃນປະຈຸບັນ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ເພື່ອຈຸດໝາຍປາຍທາງສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ ແລະ ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ ປາສະຈາກການແຊກແຊງຈາກພາຍນອກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫ່ຍຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງ ຂອງສະຫາຍ ເເລະ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊຶ້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສປປ ເກົາຫຼີ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

ທອງລຸນ ສີສຸລິດ,

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ກິມ ເຈິງ ອຸນ,

ເລຂາທິການໃຫຍ່ພັກເເຮງງານເກົາຫຼີ,

ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ

ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ.

**************************************************************

 

 

ນາຍົກລັດຖະມົນຕີ

 

ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2021

 

ສະຫາຍ ກິມ ດົກ ຮຸນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 73 ປີ, ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 73 ປີ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກແຮງງານເກົາຫລີ ທີ່ມີກຽດສະຫງ່າອັນມີ ປະທານ ກິມ ອິນ ຊຸງ ຜູ້ຍິ່ງໃຫຍ່ເປັນຜູ້ສ້າງຕັ້ງ, ເສດຖະກິດ-ສັງຄົມ ຂອງ ສປປ ເກົາຫຼີ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງນັບມື້ນັບດີີຂື້ນເທື່ອລະກ້າວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ລັດຖະບານ ສປປ ເກົາຫຼີ ຈະສາມາດຜ່ານຜ່າອຸປະສັກນາໆປະການ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃຫ່ຍຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມອຸດົມການສັງຄົມນິຍົມ ຂອງ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຢ່າງຕໍ່ເນື່ອງ, ເພື່ອປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫ່ຍຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

 

ດ້ວຍຄວາມນັບຖືຮັກແພງ ຖານເພື່ອນມິດສະຫາຍ,

 

ພັນຄໍາ ວິພາວັນ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ກິມ ດົກ ຮຸນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 

ທີ່ ນະຄອນຫລວງພຽງຢາງ.


**************************************************************

 

ລັດຖະມົນຕີກະຊວງການຕ່າງປະເທດ

 

ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2021

 

ສະຫາຍ ຣິ ເຊິນ ກວນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 73 ປີ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳອວຍພອນອັບອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມ​ມືຢ່າງໃກ້ຊິດອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ກໍ່ຄື ສອງກະຊວງການຕ່າງປະເທດພວກ​ເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າ ການຮ່ວມມືທີ່ດີໃນປະຈຸບັນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ເພີ່ມທະວີຍິ່ງໆຂື້ນໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດພວກເຮົາ ກໍ່ຄື ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

 

ດ້ວຍຄວາມນັບຖືຢ່າງສູງ.

 

ສະເຫຼີມໄຊ ກົມມະສິດ,

 

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ຣິ ເຊິນ ກວນ,

 

ລັດຖະມົນຕີກະຊວງຕ່າງປະເທດ

 

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ                                              

 

ທີ່ ນະຄອນຫຼວງພຽງຢາງ.

 

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480295
ມື້ນີ້125
ມື້ວານ157
ອາທິດນີ້693
ເດືອນນີ້6526