ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2021
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ຄົບຮອບ 30 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ຕັດຈິກິດສະຖານ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕັດຈິກິດສະຖານ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງ ພະນະທ່ານ, ລວມທັງຂໍອວຍພອນໃຫ້ ປະຊາຊົນ ຕັດຈິກິດສະຖານ ເພື່ອນມິດ ສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ເອໂມມາລີ ຣາມອນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ
ທີ່ ດູຊັນແບ
------------------------------------------------------------------------------------------------------------------
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ຄົບຮອບ 30 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ.
ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕັດຈິກິດສະຖານ ກໍ່ຄື ສອງລັດຖະບານຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໄປ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງສອງປະເທດພວກເຮົາ ແລະ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ພະນະທ່ານ ມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ພະນະທ່ານ ໂກເຮຍ ຣາຊຸນໂຊດາ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ
ທີ່ ດູຊັນແບ
----------------------------------------------------------------------------------------------------------------
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ຄົບຮອບ 30 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕັດຈິກິດສະຖານ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ຈະໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ແລະ ການຮ່ວມມືສາກົນ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ຊິໂຣຈິດດິນ ມູຫະຣິດດິນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ
ທີ່ ດູຊັນແບ