ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ ແລະ ຂໍໃຫ້ ປະຊາຊົນລາວ ຈົ່ງມີແຕ່ຄວາມຈະເລີນກ້າວຫນ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນອັນອົບອຸ່ນ ລະຫວ່າງ ສອງປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
(ລາຍເຊັນ)
ໂມຮາເມັດ VI
ເຈົ້າຊີວິດ ແຫ່ງ ມາຣົກ
ພະລາດຊະວັງ, ຣາບັດ
26 ພະຈິກ 2021