ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ຢູ່ ສປປ ລາວ

 

                

ໃນວັນທີ 02 ກຸມພາ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອລ້ານອກແຜນ ຂອງ ລັດຖະບານຍີ່ປຸ່ນ ໃນການສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ຢູ່ ສປປ ລາວ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະ​ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ແລະ ມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

             

ການຊ່ວຍເຫຼືອດັ່ງກ່າວ ແມ່ນການຊ່ວຍເຫຼືອເພື່ອສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 06 ແຂວງເປົ້າໝາຍ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງຄໍາມ່ວນ ລວມມູນຄ່າ 1 ຕື້ເຢນ ຫຼື ປະມານ 8,78 ລ້ານໂດລາສະຫະລັດ, ເຊິ່ງຈະປະກອບສ່ວນອັນສໍາຄັນໃນການສະໜອງຂໍ້ມູນການພະຍາກອນອາກາດທີ່ຊັດເຈນ ແລະ ການແຈ້ງເຕືອນເພື່ອກະກຽມຮັບມືຢ່າງທັນການ ໃນ 06 ແຂວງເປົ້າໝາຍດັ່ງກ່າວ, ລວມທັງຈະເປັນການຊ່ວຍຫລຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍໃຫ້ເບົາບາງລົງ.

             

ເນື່ອງຈາກວ່າ ໃນເດືອນສິງຫາ ແລະ ເດືອນກັນຍາ 2019 ຜ່ານມາ, ຂົງເຂດພາກໃຕ້ ຂອງ ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນລະດູຮ້ອນ ອັນໄດ້ພາໃຫ້ເກີດມີຝົນຕົກໜັກ ແລະ ນໍ້າຖ້ວມ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ໂຄງລ່າງພື້ນຖານຢູ່ຂົງເຂດດັ່ງກ່າວຢ່າງໜັກໜ່ວງ ເປັນຕົ້ນແມ່ນ ຂົວ 97 ແຫ່ງ, ໂຮງຮຽນ 747 ແຫ່ງ, ໂຮງໝໍ ແລະ ສຸກສາລາ 43 ແຫ່ງ, ຖະໜົນຫົນທາງ 462 ແຫ່ງ ຖືກເປ່ເພເສຍຫາຍ, ສັດລ້ຽງ ຫຼາຍກວ່າ 275.000 ໂຕ ໄດ້ຮັບຜົນກະທົບ, ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 164 ລ້ານໂດລາສະຫະລັດ. ສະເພາະໃນຂົງເຂດ 06 ແຂວງເປົົ້າໝາຍດັ່ງກ່າວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນ, ພົນລະເມືອງລາວ ປະມານ 153.800 ຄອບຄົວ ຫຼື ປະມານ 765.000 ຄົນ ໄດ້ຮັບຜົນກະທົບ, ມີຜູ້ເສຍຊີວີິດ 19 ຄົນ, ເຮືອນຊານບ້ານຊ່ອງ ປະມານ 760 ຫຼັງຄາເຮືອນ ຖືກເປ່ເພເສຍຫາຍ.

                 

ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ເຊິ່ງແມ່ນການຊ່ວຍເຫຼືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງ ສປປ ລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ການຊ່ວຍເຫຼືອຄັ້ງນີ້ ໄດ້ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງ ສປປ ລາວ, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນງານທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ການຮັບມືກັບໄພພິບັດທໍາມະຊາດ ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ.

                      

ໃນໂອກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານ ຂອງ ສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປເທດໄດ້ຮັບຮອງຮ່ວມກັນ ໃນວັນທີ 07 ເມສາ 2021 ຜ່ານມາ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

              

*********//********

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485656
ມື້ນີ້161
ມື້ວານ196
ອາທິດນີ້692
ເດືອນນີ້4961