ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່

      

                 

ໃນ​ວັນ​ທີ 08 ກຸມ​ພາ 2022, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ລັດ​ຖະ​ມົນຕີ​   ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ​ ທ່ານ ປອ. ອະນຸ​ລັກ ກິດ​ຕິ​ຄຸນ, ຫົວ​ໜ້າ​ກອງ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ຄົນ​ໃໝ່ (Mekong River Commission Secretariat ຫຼື MRCS).

        

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຊົມ​ເຊີຍຢ່າງຈິງໃຈ ທີ່​ທ່ານ ປອ. ອະ​ນຸ​ລັກ ກິດ​ຕິ​ຄຸນ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ໃຫ້ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ຄົນ​ໃໝ່ ສົກປີ 2022-2024, ຊຶ່ງເປັນຮອບ​ວຽນ​ຂອງ ສ​ປ​ປ ລາວ, ສໍາລັບ​ການ​ຄັດ​ເລືອກ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ດັ່ງ​ກ່າວ​ແມ່ນ​ໝູນ​ວຽນ​ກັນ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ ຕາມ​ລຳ​ດັບ​ຕົວ​ອັກ​ສອນ ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ແລະ ມີປະສິດທິຜົນ ຂອງ ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ (MRC) ​ໃນ​ວຽກ​ງານການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າ ຮ່ວມກັບ ລັດຖະບານ ສປປ ລາວ ຕະຫຼອດໄລຍະເວລາທີ່ຜ່ານມາ, ພ້ອມ​ທັງ ​ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ ຫົວ​ໜ້າ​ກອງ​ເລ​ຂາ ​ຄົນ​ໃໝ່ ແລະ ຄະນະໃນການສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ັ້ງປະຕິບັດບັນດາໂຄງ​ການ​ຕ່າງໆ ຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ສືບຕໍ່ຂົນຂວາຍການຮ່ວມມືຊ່ວຍເຫຼືອຈາກພາຍນອກ ເພື່ອນໍາຜົນປະໂຫຍດອັນສໍາຄັນ ດ້ານການພັດທະນາອ່າງແມ່ນໍ້າຂອງ ແລະ ແມ່ນໍ້າສາຂາໃຫ້ມີຄວາມຍືນຍົງ. ພ້ອມ​ດຽວ​ກັນ​ນີ້, ທ່ານ ລັດ​ຖະ​ມົນ​ຕີ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ຈະສືບຕໍ່ການປະສານງານ, ປຶກສາຫາລືບັນດາຫົວຂໍ້ຕ່າງໆ ກັບກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ຢ່າງໃກ້ຊິດ, ລວມທັງກະຊວງທີ່ກ່ຽວຂ້ອງ ເພື່ອການດໍາເນີນໂຄງການຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍແນໃສ່ຍຸດທະສາດດ້ານການພັດທະນາ ຂອງ ສປປ ລາວ ໂດຍສອດຄ່ອງຕາມສັນຍາແມ່ນໍ້າຂອງ ປີ 1995.

             

ໃນ​ໂອ​ກາດ​ດຽວ​ກັນ​ນີ້, ທ່ານ ປອ. ອະ​ນຸ​ລັກ ກິດ​ຕິ​ຄຸນ ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈຢ່າງເລິກເຊິ່ງ​ຕໍ່ ທ່ານ​ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ ທີ່​ໄດ້​​ໃຫ້ກຽດຕ້ອນ​ຮັບ​ຢ່າ​ງ​ອົບ​ອຸ່ນໃນ​ຄັ້ງ​ນີ້ ພ້ອມທັງໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະພະ​ຍາຍາມ​ຢ່າງສຸດ​ຄວາມ​ສາ​ມາດເພື່ອ​ຊຸກ​ຍູ້ ແລະ ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາ​ໂຄງ​ການ​ຕ່າງໆ ເພື່ອພັດ​ທະ​ນາ ແລະ​ ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ ຕາມ​ລຳ​ແມ່ນ້ຳ​ຂອງ ແລະ ຈະ​ສືບ​ຕໍ່​ປະ​ສານ​ງານ​ຢ່າງ​ໃກ້​ຊິ​ດຮ່ວມ​ກັບ ກອງ​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ແຫ່ງ​ຊາດ ແລະ ກະ​ຊວງ​ທີ່​ກ່ຽວ​ຂ້ອງ ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື ແລະ ການ​ດຳ​ເນີນ​ວຽກ​ງານ​​ໂຄງ​ການຕ່າງໆ​ໃນ​ຕໍ່​ໜ້າ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຍິ່ງ​ຂຶ້​ນ, ລວມທັງການຈັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2023.

                   

​ສຳ​ລັບ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ແມ່ນ​ເປັນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນລະ​ຫວ່າງ​ລັດ​ຖະ​ບານ ຊຶ່ງ​ລິເລີ່ມ​ເປັນຄະນະກຳມາທິການແມ່ນ້ຳຂອງ ໃນປີ 1957 ແລະ ກາຍເປັນຄະນະກຳມະການຊົ່ວຄາວ ໃນປີ 1978 ເພື່ອສໍາຫຼວດແມ່ນໍ້າຂອງຕອນລຸ່ມ. ມາ​ຮອດ​ວັນທີ 5 ເມສາ 1995, ສີ່ປະເທດທີ່ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມ ຄື: ກຳ​ປູ​ເຈຍ, ສ​ປ​ປ ລາວ, ຣາ​ຊະ​ອາ​ນາ​ຈັກ​ໄທ ແລະ ສ​ສ. ຫວຽດ​ນາມ ໄດ້ເຊັນສັນຍາ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ (ສັນຍາແມ່ນໍ້າຂອງ ປີ 1995) ​ແລະ ໄດ້ກຳ​ນົດເອົາ​ວັນ​ດັ່ງ​ກ່າວ​ເປັນມື້ສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC). ຄະນະກຳມາທິການແມ່ນ້ຳຂອງສາກົນ ປະກອບດ້ວຍ: ສະພາມົນຕີ (ຂັ້ນລັດຖະມົນຕີ), ຄະນະກຳມະການຮ່ວມ (ຂັ້ນຫົວໜ້າກົມ) ແລະ ກອງເລຂາ (MRCS). ​ພ້ອມ​ດຽວ​ກັນ​ນັ້ນ, ປະເທດສະມາຊິກ ໄດ້ສ້າງຕັ້ງຄະນະກຳມະທິການແມ່ນ້ຳຂອງແຫ່ງຊາດຂຶ້ນ (NMC) ເພື່ອສະໜັບສະໜູນພາລະກິດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

                 

--------//--------

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484456
ມື້ນີ້160
ມື້ວານ273
ອາທິດນີ້894
ເດືອນນີ້3761