ນະຄອນຫລວງວຽງຈັນ, ວັນທີ 12 ພຶດສະພາ 2022
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ.
ສປປ ລາວ ແລະ ສາທາລະນະລັດ ເກົາຫລີ ມີສາຍພົວພັນມິດຕະພາບທີ່ໃກ້ຊິດ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ກໍ່ຄືຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຈະໄດ້ຮັບການເສີມຂະ ຫຍາຍຍິ່ງໆຂຶ້ນ ແລະ ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອບັນລຸຈຸດປະສົງດັ່ງ ກ່າວ ໃນຊຸມປີຕໍ່ໜ້າ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປາກ ຈິນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ
ທີ່ ນະຄອນຫຼວງເຊອູນ