ນະຄອນຫຼວງວຽງຈັນ, ວັນທີ 13 ມິຖຸນາ 2022
ສົມເດັດ ພະລາຊິນີ ທີ່ນັບຖື,
ເນື່ອງໃນໂອກາດແຫ່ງການສະເຫຼີມສະຫຼອງວັນຄ້າຍວັນປະສູດຄົບຮອບ 96 ພັນສາ ແລະ ວັນຄົບຮອບ 70 ປີ ແຫ່ງ ການຂຶ້ນຄອງຣາຊະບັນລັງ ຂອງ ສົມເດັດ ພະລາຊິນີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ພະລາຊິນີ ແລະ ຜ່ານສົມເດັດ ພະລາຊິນີ ໄປຍັງ ປະຊາຊົນເພື່ອນມິດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທັງສອງຊາດພວກເຮົາ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາຊິນີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງ ພະອົງ ແລະ ປະຊາຊົນ ອັງກິດ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ສົມເດັດ ພະລາຊິນີ ອີລີຊາເບັດ ທີ II
ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ລອນດອນ