ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນ ວັນຊາດ ແຫ່ງ ສາທາລະນະລັດ ມານຕາ

      

    

ນະຄອນຫຼວງວຽງຈັນ, 21 ກັນຍາ 2022

      

ພະນະທ່ານ,

        

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ມານຕາ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນມານຕາ ທຸກຖ້ວນໜ້າ.

    

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ໃນປັດຈຸບັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານຕາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

    

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະນະທ່ານແລະ ປະຊາຊົນ ມານຕາ ເພື່ອນມິດ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.

     

ດ້ວຍຄວາມເຄົາ​ລົບ ແລະ ນັບຖືຢ່າງສູງ,

        

ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 

 

           

ພະນະທ່ານດຣ.ຈອດສ໌ ເວວລາ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານຕາ

ທີ່ ວາແລດຕາ

             

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485474
ມື້ນີ້175
ມື້ວານ227
ອາທິດນີ້510
ເດືອນນີ້4779