ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ເເຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ຄົບຮອບ 92 ປີ.

ນະຄອນຫຼວງວຽງຈັນ. ວັນທີ  22  ກັນຍາ 2022

 

ສົມເດັດ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງ ລັດຖະບານ, ປະຊາຊົນ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິດ ອາຣັບບີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ຊາອຸດິ    ອາຣັບບີ ຄົບຮອບ 92 ປີ.

 

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊາອຸດິ ອາຣັບບີ ທີ່ໄດ້ຮັບການພັດທະນາໃນໄລຍະຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ສົມເດັດ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງ ສົມເດັດ ແລະ ອວຍພອນໃຫ້ປະຊາຊົນ        ຊາອຸດິ ອາຣັບບີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຢູ່ເຢັນເປັນສຸກ.

 

 

 

 

ສະເຫຼີມໄຊ ກົມມະສິດ

ຮອງນາຍົກລັດຖະມົນຕີ,

                                                                                                                                           ລັດຖະມົນຕີກະຊວງການຕ່າງປະເທດ

                                                                                                                                ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ສົມເດັດ ຟາຍຊໍ ບິນ ຟາຮັນ ອໍຊາວ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480296
ມື້ນີ້126
ມື້ວານ157
ອາທິດນີ້694
ເດືອນນີ້6527