ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ເເທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນີດຈີນ ຂອງການນຳ ສປປ ລາວ ສົ່ງເຖິງ ການນຳ ສປ ຈີນ.

ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2022

ສະຫາຍ ຫຼີ ເຄີ້ສຽງ ທີ່ຮັກແພງ,      

 

ເນື່ອງໃນໂອກາດພັກກອມມູນິດຈີນ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX, ເຊິ່ງໄດ້ໄຂຂຶ້ນທີ່ນະຄອນຫຼວງປັກກິ່ງ ໃນວັນທີ 16 ຕຸລາ 2022, ໃນນາມ ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.

 

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຄັ້ງທີ XX ຂອງ ພັກກອມມູນິດຈີນ ແມ່ນເຫດການປະຫວັດສາດທາງການເມືອງທີ່ມີຄວາມໝາຍສໍາຄັນຍິ່ງໃນຊີວິດການເມືອງຂອງພັກກອມມູນິດຈີນ, ເຊິ່ງໄດ້ໄຂຂື້ນໃນໄລຍະທີ່ສໍາຄັນຂອງການປະຕິບັດຍຸດທະສາດ ແລະ ແນວທາງນະໂຍບາຍ ເພື່ອບັນລຸເປົ້າໝາຍ 100 ປີ ເຫດການທີສອງ” ໃນການສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຈີນດ້ວຍບາດກ້າວທີ່ໜັກແໜ້ນ.

       

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 101 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່, ພັກກອມມູນິດຈີນໄດ້ມີບົດບາດການນໍາພາອັນເຂັ້ມແຂງ ແລະ ໄດ້ນໍາພາລະ ກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງປະດິດສ້າງ,  ອັນໄດ້ເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ, ກ້າວກະໂດດ, ຮັ່ງມີເຂັ້ມແຂງ ແລະ ກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພາຍໄຕ້ການນໍາພາທີ່ເປັນປຶກແຜ່ນ ແລະ ມີລັກສະນະສືບທອດຂອງຜູ້ນໍາພັກກອມມູນິດຈີນ ໃນແຕ່ລະໄລຍະ, ອັນມີ ສະຫາຍ ສີ ຈິິ້ນຜິງ ເປັນແກນກາງ, ສປ ຈີນ ໄດ້ສືບຕໍ່ການກໍ່ສ້າງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໂດຍໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີທຳອິດ ຂອງການສ້າງສັງຄົມອິ່ມໜຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃໝ່ ແນ່ໃສ່ປະຕິບັດເປົ້າໝາຍສູ້ຊົນໃນການສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນດ້ວຍບາດກ້າວທີ່ໜັກແໜ້ນ. ຜົນສໍາເລັດໃນການນໍາພາປະເທດຊາດ ກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງພັກກອມມູນິດຈີນ ໄດ້ກາຍເປັນຕົ້ນແບບທີ່ດີໃຫ້ແກ່ປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດກຳລັງພັດທະນາໃນການສ້າງສາພັດທະນາເສດຖະກິດ-ສັງ ຄົມຂອງຕົນ.

       

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກກອມມູນິດຈີນ, ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ໄຊຊະນະອັນໃໝ່, ຮອບດ້ານ ແລະ ຍິ່ງໃຫຍ່ກວ່າເກົ່າ ບົນເສັ້ນທາງແຫ່ງການກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸບັນດາເປົ້າໝາຍຍຸດທະສາດ ແລະ ພາລະກິດທາງປະຫວັດສາດຂອງພັກກອມມູນິດຈີນຢ່າງມີກຽດສະຫງ່າ.

       

ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳລຸ້ນກ່ອນໆຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຜົນປະ ໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດລາວ ແລະ ຈີນ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຄັ້ງທີ XX ຂອງ ພັກກອມມູນິດຈີນທີ່ມີກຽດສະຫງ່າ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

 

ດ້ວຍຄວາມນັບຖືຖານມິດສະຫາຍ,                                                       

                                                                       

 

 

    ພັນຄໍາ ວິພາວັນ

ສະຫາຍ ຫຼີ ເຄີ້ສຽງ,                  

ນາຍົກລັດຖະມົນຕີ                                     

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

-----------------------------------------------------------------------------------------------------------

 ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2022

 

ສະຫາຍ ຫວາງ ອີ້ ທີ່ນັບຖື ແລະ ຮັກແພງ,

       

ເນື່ອງໃນໂອກາດ ສູນກາງພັກກອມມູນິດຈີນ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ, ຂ້າພະເຈົ້າ ຂໍຕາງໜ້າຄະນະນໍາ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂໍສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ໂດຍຜ່ານສະຫາຍ ໄປຍັງບັນດາສະຫາຍການນຳ ແລະ ພະນັກງານ ກໍຄືບັນດາສະມາຊິກພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

           

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 1 ສັດຕະວັດ ແຫ່ງການສ້າງຕັ້ງພັກກອມມູນິດຈີນ ປະຊາຊົນຈີນອ້າຍນ້ອງຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນທົ່ວປະເທດ ຕໍ່ສູ້ຜ່ານຜ່າອຸປະສັກນາໆປະການ ຈົນສາມາດນໍາເອົາຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນຈີນທັງຊາດ ໂດຍສະເພາະການກໍານົດນະໂຍບາຍເປີດປະຕູສູ່ພາຍນອກ ແລະ ດໍາເນີນການປະຕິຮູບແບບຮອບດ້ານ ຢ່າງມີຫົວຄິດປະດິດສ້າງ ແລະ ມີວິທະຍາສາດ, ອັນເປັນການໄຂສັງກາດໃໝ່ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ເປັນປັດໄຈທີ່ສໍາຄັນໃນການຊຸກຍູ້ໃຫ້ ສປ ຈີນ ໄດ້ຮັບການພັດທະນາແບບກ້າວກະໂດດ ແລະ ຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ.

       

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການດໍາເນີນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຈະເປັນການສືບຕໍ່ກໍານົດແນວທາງນະໂຍບາຍ, ແນວຄິດ-ທິດສະດີຕ່າງໆ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງໃນການຊີ້ນໍາ-ນໍາພາ ປະຊາຊົນຈີນອ້າຍນ້ອງ ຈະສາມາດກ້າວໄປສູ່ໄຊຊະນະອັນຍິ່ງໃຫຍ່ກວ່າເກົ່າ, ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ການສ້າງສາພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ພ້ອມທັງ ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

      

ໃນໂອກາດທີ່ມີຄວາມໝາຍອັນສໍາຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ຈົ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

       

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

       

                                                     ດ້ວຍຄວາມນັບຖືຢ່າງສູງ,

                                                       

 

                                                          ສະເຫຼີມໄຊ ກົມມະສິດ

                                        ກໍາມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ

                                       ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

                                            ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ຫວາງ ອີ້

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ທີ່ ນະຄອນຫຼວງປັກກິ່ງ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484366
ມື້ນີ້70
ມື້ວານ273
ອາທິດນີ້804
ເດືອນນີ້3671