ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການແຜນດິນໄຫວ ແລະ ດິນເຈື່ອນ ທີ່ ເມືອງຈາວາຕາເວັນຕົກ ຂອງອິນໂດເນເຊຍ

 

ນະຄອນຫລວງວຽງຈັນ, ວັນທີ 23 ພະຈິກ 2022

ພະນະທ່ານ

        ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈຕໍ່ເຫດການແຜ່ນດິນໄຫວ ຢູ່ເມືອງຈາວາຕາເວັນຕົກ ຂອງອິນໂດເນເຊຍ ເຮັດໃຫ້ເກີດດິນເຈື່ອນ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈຳນວນຫຼວງຫຼາຍ ແກ່ ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດ ຢູ່ໃນພື້ນທີ່ດັ່ງກ່າວ.

      

  ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຍິ່ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ໂດຍສະເພາະຕໍ່ຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ.

 

        ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພວກຂ້າພະເຈົ້າ ຂໍຢູ່ຄຽງຂ້າງສາທາລະນະລັດ ອິນໂດເນເຊຍ ແລະ ປະຊາຊົນອິນໂດເນເຊຍ ໃນເວລາແຫ່ງຄວາມຫຍຸ້ງຍາກນີ້.

 

        ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ

                                                                       

                                                                                ພັນຄໍາ ວິພາວັນ

ພະນະທ່ານ ໂຈ​ໂກ ວີໂດ​ໂດ,

ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ຈາກາກຕາ

----------------------------------------------------------------------------------------

 

ພະ​ນະ​ທ່ານ,

     ຂ້າ​ພະ​ເຈົ້າ ໄດ້​ຮັ​ບ​ຂ່​າວ​ວ່າ ເກີດມີເຫດການແຜ່ນດິນໄຫວ ໃນເມືອງຈາວາຕາເວັນຕົກ ຂອງສາທາລະນະລັດ ອິນໂດເນເຊຍ ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີວິດ, ພື້ນຖານໂຄງລ່າງທີ່ສໍາຄັນ ​ຂອງ​ປະ​ຊາ​ຊົນ ອິນໂດເນເຊຍ ທີ່ອາໄສຢູ່ເຂດດັ່ງກ່າວ ເປັນ​ຈຳ​ນວນຫຼວງຫຼາຍ.

 

       ໃນນາມລັດ​ຖະ​ບານ ແລະ ປະ​ຊາ​ຊົນ ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ ຂ້າພະ​ເຈົ້າ​ ຂໍສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມໂສກເສົ້າອັນສຸດຊຶ້ງ ໂດຍຜ່ານ ພະ​ນະ​ທ່ານ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​  ອິນໂດເນເຊຍ ໂດຍ​ສະ​ເພາະ​ ຕໍ່​ບັນ​ດາ​ຄອບ​ຄົວ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ​ໃນ​ຄັ້ງນີ້.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ພາຍໃຕ້ຄວາມເອົາໃຈໃສ່ຢ່າງເອົາຈິງເອົາຈັງ ຂອງລັດຖະບານ ອິນໂດເນເຊຍ, ປະຊາຊົນອິນໂດເນເຊຍ ຈະ​ສາ​ມາດຜ່ານ​ຜ່າ​ຄວາມຫ​ຍຸ້ງ​ຍາກ​ຕ່າງໆ ແລະ ຟື້ນຟູ​ຊິີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ໃນ​ເຂດ​ທີ່​ຖືກ​ເສຍ​ຫາຍ​ຈາກ​ໄພ​ພິ​ບັດ​ຄັ້ງ​ນີ້ ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໂດຍ​ໄວ.

 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

 

                                                                            ສະເຫຼີມໄຊ ກົມມະສິດ

 

ພະນະທ່ານ ນາງ ເຣັດໂນ ມາຊູດີ

ລັດຖະມົນຕີຕ່າງປະເທດ

ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ຈາກາກຕາ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480333
ມື້ນີ້163
ມື້ວານ157
ອາທິດນີ້731
ເດືອນນີ້6564