ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ຈາກ ບັນດາການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ

         

       

              

ເຖິງ:

-  ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ, ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

-  ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;  

-  ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. 

               

     

ບັນດາສະຫາຍ ທີ່ນັບຖືຮັກແພງ,

        

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ,    ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດສຸດ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດ, ລັດຖະບານ, ສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ, ອ້າຍນ້ອງ ທຸກຖ້ວນຫນ້າ.

         

ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ ໃນຕະຫຼອດໄລຍະ 47 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ດ້ວຍນ້ຳໃຈຮັກຊາດ ແລະ ມູນເຊື້ອການປະຕິວັດຢ່າງອົງອາດກ້າຫານ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກສາສະຖຽນລະພາບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ດ້ານການເມືອງ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ ທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດບາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ພວກຂ້າພະເຈົ້າ ຍາມໃດກໍ່​ຖື​ສຳຄັນ​ຕໍ່​ບັນດາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ, ຮອບດ້ານ​ທີ່ ສປປ ​ລາວ ​ຍາດ​ມາ​ໄດ້ ​ເປັນແຫຼ່ງລະດົມ​ກຳລັງໃຈ ແລະ ປຸກລະດົມ​ຢ່າງ​ແຮງກ້າ​ ໃຫ້ແກ່ ສສ ຫວຽດນາມ ​ໃນ​ພາລະກິດການປ່ຽນແປງໃໝ່ ແຫ່ງ ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

         

ພວກຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດຢ່າງມີໄຊ ຕາມຄາດຫມາຍຂອງ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ 9 ໄລຍະ 2021-2025; ສ້າງປະເທດລາວ ສັນຕິພາບ, ເອກະລາດ; ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຢ່າງສໍາເລັດຜົນ.

         

ໃນທ່າມກາງບັນຍາກາດ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດ ນາມ 2022, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ​ຄວາມບໍລິສຸດຜຸດຜ່ອງທີ່ຕິດພັນກັນ  ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ມີທ່ານປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ພ້ອມດ້ວຍ ບັນດາລຸ້ນການນໍາ ແລະ ປະຊາຊົນ ສອງປະເທດ ໄດ້ປະກອບສ່ວນອອກເຫື່ອເທແຮງເພີ່ມພູນຄູນສ້າງ, ເປັນປັດໄຈຕັດສິນໄຊຊະນະ ໃນພາລະກິດການປະຕິວັດຂອງແຕ່ລະປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ນັບມື້ນັບໄດ້ຮັບປະສິດທິຜົນ ແລະ ເປັນຮູບປະທໍາ, ຕອບສະໝອງຄວາມມຸ່ງມາດປາຖະໜາ ແລະ ນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດພວກເຮົາ.

               

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຍຶດຖືຢ່າງສະເຫມີຕົ້ນສະເຫມີປາຍ, ຕັດສິນໃຈ ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຖືສິ່ງນີ້ ເປັນຊັບສົມບັດອັນລໍ້າຄ່າ ຕໍ່ກັບພາລະກິດປະຕິວັດ ຂອງ ແຕ່ລະປະເທດ, ພ້ອມນີ້ ກໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

     

ເນື່ອງ​ໃນ​ໂອກາດ​ວັນທີ່ສໍາຄັນຍິ່ງຂອງລາວ, ​ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ອີກຄັ້ງໜຶ່ງ ພວກຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ ​ພັກ, ລັດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ລາວອ້າຍນ້ອງ ​ທີ່​ໃຫ້​ການສະໜັບສະໜູນ, ຊ່ວຍເຫຼືອ​ຢ່າງໃຫຍ່ຫຼວງ, ມີ​ປະສິດທິ​ຜົນ ​ແລະ ​ລ້ຳ​ຄ່າ​ທີ່​ສຸດ ແກ່ ສສ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ໃນ​ເມື້ອກ່ອນ ​ກໍ່ຄື ​ໃນ​ພາລະກິດ ແຫ່ງ ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ.

 

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈົ່ງຂຽວສົດ ງົດງາມຕະຫຼອດໄປ.

           

ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນຫນ້າທີ່ການງານອັນມີກຽດ ຂອງຕົນ.

          

           

ຮ່າໂນ້ຍ, ວັນທີ 2 ທັນວາ 2022

ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ

ຫງວຽນ ຊັວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ

ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເວືອງ ດິງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

           

 

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483918
ມື້ນີ້42
ມື້ວານ183
ອາທິດນີ້356
ເດືອນນີ້3223