ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ກ່ອນອື່ນໝົດ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈໃນນາມປະຊາຊົນ ແລະ ລັດຖະບານ ແຫ່ງສາທາລະນະລັດ ເຢແມນ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ເນັ້ນຢໍ້າເຖິງຄວາມມຸ້ງໝັ້ນຂອງຂ້າພະເຈົ້າ ຕໍ່ການເພີ່ມທະວີຮັດແໜ້ນສາຍພົວພັນ ມິດຕະພາບທີ່ດີ ລະຫວ່າງສອງປະເທດເພື່ອນມິດພວກເຮົາ ເພື່ອຜົນປະໂຫຍດລວມຂອງປະຊາຊົນເພື່ອນມິດສອງຊາດຂອງພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ແລະ ອົບອຸ່ນ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຄວາມວັດທະນາຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ຮິຊໍາ ຊາຣາຟ ອັບດານລາ
ລັດຖະມົນຕີການຕ່າງປະເທດ