ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ຈາກ ສາທາລະນະລັດ ອິດສະລາມ ອີຣານ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ

ໃນພະນາມຂອງພະເຈົ້າ

 

ໃນພະນາມຂອງພະເຈົ້າ, ຜູ້ມີຄວາມເຫັນອົກເຫັນໃຈ, ຜູ້ມີຄວາມເມດຕາ

 

 ພະນະທ່ານ ທອງລຸນ ສີສຸລິດ

 ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈເນື່ອງໃນໂອກາດໃນວັນຊາດຂອງປະເທດທ່ານ.

ຂ້າພະ​ເຈົ້າ​ຫວັງ​ຢ່າງຍິ່ງວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ການນຳຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ການ​ພົວ​ພັນ​ມິດ​ຕະ​ພາບ​ຂອງສອງ​ປະ​ເທດ​ເຮົາ ຈະ​ໄດ້ແຕກດອກອອກຜົນ ​ເພື່ອຜົນປະໂຫຍດໃນທຸກໆດ້ານຂອງສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍອວຍພອນມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ, ຂໍອວຍພອນ ປະຊາຊົນແຫ່ງ ສປປ ລາວ ພາຍໃຕ້ການນຳພາຂອງພະນະທ່ານ ຈົ່ງມີແຕ່ຄວາມຈະເລີນຮຸ່ງເຮືຶ່ອງ.

ເຊເຢດ ເອບຣາຮິມ ຣາຍຊີ

ປະ​ທາ​ນາ​ທິ​ບໍ​ດີ​ ແຫ່ງ ສາ​ທາ​ລະ​ນະ​ລັດ​ ອິດ​ສະ​ລາມ ອີຣານ

---------------------------------------------------------------------------------------------------

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ,

ທ່ານລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເຄົາລົບນັບຖື.

 

ຂ້າພະ​ເຈົ້າຂໍ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ມາ​ຍັງ​ພະນະ​ທ່ານ ​ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຂ້າ​ພະ​ເຈົ້າ​ເຊື່ອຫມັ້ນ​​ວ່າ ​ດ້ວຍ​ຄວາມ​ພະ​ຍາ​ຍາມ ​ຮ່ວມກັນໂດຍການ​ນໍາ​ໃຊ້ທ່າແຮງທີ່ມີຢູ່, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຕໍ່ໜ້າ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດພວກເຮົາ.

 

ຂ້າ​ພະ​ເຈົ້າ​ຂໍອະ​ທິ​ຖານ​ຕໍ່​ພະ​ຜູ້​ເປັນ​ເຈົ້າ​​ຜູ້ຊົງອຳນາດ, ຂໍໃຫ້ພະນະທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມແຂງ ​ແລະ ປະ​ສົບ​ຜົນ​ສໍາ​ເລັດ​ ກໍຄື ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

 ໂຮເຊນ ອາເມຍ ອັບໂດລາຮຽນ

 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ແຫ່ງ ສາທາລະນະລັດ

​ອິດ​ສະ​ລາມ​ ອີຣານ

----------------------------------------------------------------------------------------------------

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສະແດງຄວາມຊົມເຊີຍ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນລາວ ເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປີໃໝ່ທີ່ຈະມາເຖິງນີ້.

 

ອີຣານ ແລະ ລາວ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ. ສາຍພົວພັນແຫ່ງມິດຕະພາບ ແລະ​ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ ​ແລະ ​ລັດ​ຖະ​ບານ​ຂອງ​ທັງ​ສອງ​ປະ​ເທດ​ ໃນ​ຂອບສອງ​ຝ່າຍ ​ແລະ​ ຫຼາຍ​ຝ່າຍ ​ໄດ້ນຳເອົາຜົນ​ປະ​ໂຫຍດ​ຮ່ວມ​ມາສູ່ສອງ​ຊາດ​ພວກ​ເຮົາ.

 

ດ້ວຍຄວາມນັບຖືຢ່າງສູງ ແລະ ຂໍໃຫ້ພະນະທ່ານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມແຂງ ​ແລະ ມີຄວາມຜາສຸກ ກໍຄື ເພື່ອຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງ ປະຊາຊົນລາວ ເພື່ອນມິດ.

 

ເຊເຢດ ເຣຊາ ໂນບາກຕີ

 ເອກອັກຄະລັດຖະທູດ

 ບາງກອກ, ວັນທີ 12 ທັນວາ 2021

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480219
ມື້ນີ້49
ມື້ວານ157
ອາທິດນີ້617
ເດືອນນີ້6450