ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນລາວ ຈົ່ງມີແຕ່ຄວາມກ້າວໜ້າ ແລະ ຄວາມຜາສຸກ.
ຂ້າພະເຈົ້າຢາກໃຫ້ທ່ານຊາບເຖິງ ການໃຫ້ຄວາມສໍາຄັນຂອງຂ້າພະເຈົ້າທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເຮົານັ້ນຫຼາຍພຽງໃດ ແລະ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດເຮົາໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ເພື່ອຜົນປະໂຫຍດ ລວມຂອງປະຊາຊົນພວກເຮົາ.
ດ້ວຍຄວາມນັບຖື,
ໂມຮາມເມັດ ລຸ້ນທີ່ 6
ກະສັດ ແຫ່ງ ມາຣົກ
ພະຣາຊະວັງ, ຣາບາ
ວັນທີ 21 ພະຈິກ 2022.