ຢວງເດ 06 ທັນວາ 2022
ຈາກ: ປະທານປະເທດ ແຫ່ງ ສາທາລະນະລັດ ກາເມີຣູນ
ຢວງເດ
ເຖິງ: ທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ທ່ານປະທານປະເທດ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວານີ້, ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງ ພະນະທ່ານ.
ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ປະຊາຊົນລາວ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຈະເລີນກ້າວໜ້າ.
ດ້ວຍຄວາມເຄົາລົບ ແລະ ນັບຖື.
ໂປນ ບີຢາ