ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ຍີ່ປຸ່ນ

   

  

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2023

​   

ພະບາດສົມ​ເດັດ,

​   

ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງສົມເດັດ ແລະ ພະບໍລົມວົງສານຸວົງທຸກພະອົງ ເນື່ອງໃນໂອກາດອັນເປັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 63 ພັນສາ ກໍ່ຄືວັນຊາດຍີ່ປຸ່ນ ຈົ່ງຊົງພະກະເສມສໍາລານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ປະຊາຊົນຍີ່ປຸ່ນ ຕະຫຼອດໄປ.

         

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ
   

ພວກເຮົາ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ. ພ້ອມກັນນັ້ນ, ກໍ່ເປັນການ​​ປະກອບສ່ວນເຂົ້າ​ໃນ​ການ​ສົ່ງເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

   

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍພອນ​ໄຊ​ໃຫ້ ສົມເດັດ ແລະ ພະ​ບໍລົມ​ວົງສາ​ນຸວົງທຸກພະອົງ ຈົ່ງ​ມີ​ພະ​ລາ​ນາ​​ໄມ​ສົມບູນ, ​ຊົງພະ​ກະ​ເສມສຳລານ, ມີອາຍຸ​ຍິ່ງ​ຍືນນານ ແລະ ຂໍອວຍພອນໃຫ້ປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.

   

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

        

ທອງ​ລຸນ ສີ​ສຸ​ລິດ

ປະທານ​ປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

     

ສົມ​ເດັດ ນາຣຸຮິໂຕະ

​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ

   

---------------------------------------//-------------------------------------------

    

  

ນະ​ຄອນ​ຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2023

   

ພະນະ​ທ່ານ,

   

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ພະຣາຊະ​ສົມ​ພົບຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 63 ພັນ​ສາ ກໍຄືວັນຊາດຍີ່ປຸ່ນ, ​ໃນ​ນາມລັດຖະບານ ​ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດຢ່າງສູງ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ​ ພະນະ​ທ່ານ ແລະ ໂດຍຜ່ານ ​ພະນະ​ທ່ານ​ ໄປ​ຍັງ ຄະນະລັດຖະບານ ແລະ ​ປະຊາຊົນ​ຍີ່ປຸ່ນທຸກຖ້ວນໜ້າ ຈົ່ງ​ມີ​​ຄວາມຈະເລີນ​ຮຸ່ງເຮືອງຕະຫຼອດໄປ.

​   

ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມຍຸດ​ທະ​ສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ, ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນດີ​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ
   

ສປປ ລາວ ແລະ ຍີ່ປຸ່ນ ໄດ້​ຮັບ​ການ​ເສີມຂະ​ຫຍາຍ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ. ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ ຂ້າພະເຈົ້າຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ການສະໜັບສະໜູນ ສປປ ລາວ ເພື່ອກະກຽມການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງນີ້. ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນມິດຕະພາບ ແລະ ​ການຮ່ວມ​ມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ຈະ​​ສືບຕໍ່ໄດ້ຮັບ​ການສົ່ງເສີມ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດພວກເຮົາ​ ກໍ່ຄື​ການປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

   

ທ້າຍສຸດນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ຂອງພະນະທ່ານ.

   

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

     

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ

   

ພະນະ​ທ່ານ ກິຊິດະ ຟູມິໂອະ,

​ນາ​ຍົກ​ລັດຖະມົນຕີ ​ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ນະຄອນຫຼວງໂຕ​ກຽວ

   

-------------------------------------//---------------------------------------------

   

  

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2023

   

ພະນະ​ທ່ານ,

  

​ເນື່ອງ​ໃນ​ໂອກາດ​ວັນ​ພະຣາຊະ​ສົມ​ພົບຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 63 ພັນ​ສາ ກໍ່ຄືວັນຊາດຍີ່ປຸ່ນ, ​ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ພະນະ​ທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ບັນ​ດາ​ການ​ນຳ ແລະ ພະ​ນັກ​ງານກະ​ຊວງການ​​ຕ່າງ​ປະ​ເທດ​ຍີ່​ປຸ່ນ ຈົ່ງມີ​ສຸຂະພາບແຂງແຮງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ. ​

   

​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນ​ດີ​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີງາມທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໄດ້​ຮັບ​ການເສີມ​ຂະ​ຫຍາຍ ຢ່າງກວ້າງຂວາງ ແລະ ແໜ້ນແຟ້ນ ໃນຊຸມປີຜ່ານ​ມາ, ເຊິ່ງສະແດງອອກໃນ​ການຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍ່ຄື ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ, ໂດຍສະເພາະ ແຜນປະຕິບັດງານຮ່ວມ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ຮັບຮອງຮ່ວມກັນໃນເດືອນເມສາ 2021 ຜ່ານມາ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອດ້ານຕ່າງໆຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ອັນໄດ້ເປັນການຊຸກຍູ້ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ. ພິເສດແມ່ນ ການສະໜັບສະໜູນ ສປປ ລາວ ກະກຽມເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການຮ່ວມມືຢ່າງໃກ້ຊິດຂອງພວກເຮົາ ກໍ່ຄືສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີຮັດແໜ້ນໃນຊຸມປີຕໍ່ໜ້າ.

  

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພະນະທ່ານ.

   

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

                    ​

ສະ​ເຫຼີມໄຊ ກົມ​ມະ​ສິດ 

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີ​ກະ​ຊວງ​ການຕ່າງ​ປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

    

ພະນະ​ທ່ານ ຮາຢາຊິ ໂຢຊິມະສະ,

​ລັ​ດ​ຖະ​ມົນ​ຕີກະຊວງການຕ່າງປະ​ເທດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງ​ໂຕ​ກຽວ

   

-----------------------------------------//---------------------------------------------

 

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484633
ມື້ນີ້149
ມື້ວານ188
ອາທິດນີ້1071
ເດືອນນີ້3938