ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ໂມຣິດ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂມຣິດ ຄົບຮອບ 55 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນໂມຣິດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອາລັນ ການູ
ລັດຖະມົນຕີກະຊວງຕ່າງປະເທດ, ການເຊື່ອມໂຍງພາກພື້ນ
ແລະ ການຄ້າສາກົນ ແຫ່ງ ສາທາລະນະລັດ ໂມຣິດ
ທີ່ ພ໋ອດ ລຸຍ