ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023
ສະຫາຍ ທີ່ຮັກແພງ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການ ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນກູບາ ອ້າຍນ້ອງ.
ໃນໂອກາດນີ້, ຂ້າພະເຈົ້າ ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະເຮັດວຽກຢ່າງໃກ້ສິດ ຮ່ວມກັບ ສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍອ້າຍນ້ອງ ແລະ ການພົວພັນຮ່ວມມືທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ, ໂດຍສະເພາະ ແມ່ນສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຜ່ານ ວີດີໂອທາງໄກ ລະຫວ່າງ ຂ້າພະເຈົ້າ ແລະ ສະຫາຍ ໃນປີ 2022 ທີ່ຜ່ານມາ ໃຫ້ປະກົດຜົນ ເປັນຈິງ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນ ມີກຽດຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ສະຫາຍ ມີເກນ ດີເອັດສ-ກາແນນ ແບຣມູເດັດສ
ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ
ທີ່ ນະຄອນຫຼວງລາຮາວານ
--------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023
ສະຫາຍທີ່ຮັກແພງ,
ໃນນາມຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງສະຫາຍ ໃນໂອກາດທີ່ສະຫາຍ ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ຈະສືບຕໍ່ຍາດ ໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມ ສົມບູນພູນສຸກຂອງ ປະຊາຊົນກູບາ.
ຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືທີ່ມີໝາກຜົນລະຫວ່າງ ສອງປະເທດ ພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ຮັບຜິດຊອບອັນສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ
ສອນໄຊ ສີພັນດອນ
ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ
ທີ່ ນະຄອນຫຼວງລາຮາວານ
----------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023
ສະຫາຍທີ່ຮັກແພງ,
ຂ້າພະເຈົ້າ ມີຄວາມປິຕິຍິນດີຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດຖານມິດຕະພາບຖານອ້າຍນ້ອງມາຍັງສະຫາຍ ເນື່ອງໃນໂອກາດທີ່ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.
ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຮັດແໜ້ນສາຍພົວພັນມິດຕະ ພາບຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລະຫວ່າງ ສອງລັດຖະບານ ກໍ່ຄື ສອງກະຊວງການຕ່າງປະເທດຂອງພວກເຮົາ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ ແລະ ກູບາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນລະດັບພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ
ທີ່ ນະຄອນຫຼວງລາຮາວານ