ນະຄອນຫຼວງວຽງຈັນ, ວັນທີ 24 ມີນາ 2016
ພະນະທ່ານ Prokoplos V. PAULOPOULOS
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ
ທີ່ ເອເທນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກຣັກ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນເກຣັກ ທຸກຖ້ວນໜ້າ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ກໍຄືສັນຕິພາບ ແລະ ການຮ່ວມມືເພື່ອພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ.
ຈູມມາລີ ໄຊຍະສອນ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ Nikos KOTZIAS
ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ເກຣັກ
ທີ່ ເອເທນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກຣັກ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີແຕ່ສຸຂະພາບແຂງແຮງ ແລະ ຄວາມສຸກ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືເປັນຢ່າງສູງ,
ທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ