ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ ຄົບຮອບ 60 ປີ

ນະຄອນຫຼວງວຽງຈັນ, ວັນທີ 02 ກຸມພາ 2016

ພະນະທ່ານ,

          ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄົບຮອບ 60 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນອິນເດຍ ທຸກຖ້ວນໜ້າ.

          ສປປ ລາວ ແລະ ສ. ອິນເດຍ ມີພື້ນຖານແຫ່ງສາຍພົວພັນມິດຕະພາບອັນຍາວນານທາງດ້ານປະຫວັດສາດ ແລະ ວັດທະນະທຳ, ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະ 60 ປີ  ຜ່ານມາ ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້້ອອັນດີງາມ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ແລະ ກວ້າງຂວາງໄປໃນຫຼາຍຂົງເຂດ. ສອງປະເທດພວກເຮົາໄດ້ມີການແລກປ່ຽນການຢ້ຽມຢາມ ຄະນະຜູ້ແທນຂັ້ນສູງ ແລະ ລະດັບຕ່າງໆເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ຜົນສຳເລັດຂອງ ການຢ້ຽມຢາມ ສປປ ລາວ ຂອງພະນະທ່ານຮອງປະທານາທິບໍດີ ສາທາລະນະລັດ ອິນເດຍ ໃນເດືອນກັນຍາ 2015 ໄດ້ປະກອບສ່ວນສຳຄັນ ໃນການສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດຂອງສອງ ປະເທດພວກເຮົາ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາ ສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າ  ແລະ ມີປະສິດທິ ຜົນຂອງລັດຖະບານ ແລະ ປະຊາຊົນອິນເດຍ ໃຫ້ແກ່ ສປປ ລາວ ໃນຂະແໜງການຕ່າງໆ, ຊຶ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດພວກເຮົາ ສືບຕໍ່ແຕກດອກອອກຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ ເພື່ອຜົນ ປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ດ້ວຍຄວາມນັບຖືຢ່າງສູງ,

                                                                                       

ຈູມມາລີ ໄຊຍະສອນ

ພະນະທ່ານ ປຣານາບ ມູເຄີຈີ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ທີ່ ນະຄອນຫຼວງ ນິວແດນລີ


 ພະນະທ່ານ,

           ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄົບຮອບ 60 ປີ, ໃນນາມລັດຖະບານ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຄະນະລັດຖະບານອິນເດຍ.

           ຕະຫຼອດໄລຍະ 60 ປີ ຜ່ານມາ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ໄດ້ມີການຂະຫຍາຍຕົວ ແລະ ພັດທະນາຂຶ້ນເປັນກ້າວໆ.  ສອງປະເທດພວກເຮົາ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ປະຊາຊົນສອງຊາດໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ແລະ ໄດ້ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ສະແດງໃຫ້ເຫັນໝາກຜົນຂອງການພົວພັນອັນດີ ລະຫວ່າງ ສອງປະເທດ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອແບບຈິງໃຈ ແລະ ມີປະສິດທິຜົນ ຂອງລັດຖະບານ ແລະ ປະຊາຊົນ ອິນເດຍ ໃຫ້ແກ່ ສປປ ລາວ ອັນໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍຕ່າງໆທີ່ ສປປ ລາວ ໄດ້ກຳນົດໄວ້.

          ການສະເຫຼີມສະຫຼອງສາຍພົວພັນດ້ານການທູດຄົບຮອບ 60 ປີ ນີ້, ແມ່ນມີຄວາມໝາຍສຳຄັນຫຼາຍເພາະເປັນ ປີທີ່ ສປປ ລາວ ເປັນປະທານອາຊຽນ ແລະ ເປັນປີທຳອິດແຫ່ງການຈັດຕັ້ງປະຕິບັດການເປັນປະຊາຄົມເສດຖະກິດ ອາຊຽນ. ຂ້າພະຈົ້າ ຫວັງຢ່າງຍິ່ງວ່າ ລັດຖະບານອິນເດຍຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຈົບງາມ. 

ພ້ອມດຽວກັນນັ້ນ ກໍຫວັງວ່າຈະໄດ້ຮ່ວມເຮັດວຽກ ກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອິນເດຍ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດພວກເຮົາກໍຄືເພື່ອ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຂອງພາກພື້ນ ແລະ ສາກົນ. 

         

 

          ດ້ວຍຄວາມນັບຖືຢ່າງສູງ.

         

          ທອງສິງ ທຳມະວົງ

 ພະນະທ່ານ ນາເລັນດຣາ ໂມດີ

 ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ

 ທີ່ ນະຄອນຫຼວງ ນິວແດນລີ


 ພະນະທ່ານ, 

          ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄົບຮອບ 60 ປີ, ໃນນາມຄະນະນຳກະຊວງການຕ່າງປະເທດ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ຄະນະນຳກະຊວງການຕ່າງປະເທດ ແລະ ພະນັກງານລັດຖະກອນກະຊວງ ການຕ່າງປະເທດ ອິນເດຍ ທຸກຖ້ວນໜ້າ.

       ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດອິນເດຍ ກໍຄືລະຫວ່າງສອງກະຊວງການຕ່າງປະ ເທດພວກເຮົາ ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ຈັດກອງປະຊຸມ ປຶກສາຫາລືທາງດ້ານການເມືອງ ແລະ ກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ຢ່າງເປັນປົກກະຕິ. ຂ້າພະເຈົ້າ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມມືລາວ-ອິນເດຍ ຄັ້ງທີ 8 ທີ່ຈັດຂຶ້ນໃນເດືອນ ສິງຫາ 2015 ຢູ່ ນິວແດນລີ, ຊຶ່ງເປັນການສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ມີມູນເຊື້້ອອັນດີງາມ ແລະ ການຮ່ວມມືທີ່ມີບາດກ້າວໃໝ່ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ການສະເຫຼີມສະຫຼອງສາຍພົວພັນດ້ານການທູດຄົບຮອບ 60 ປີ ນີ້, ແມ່ນມີຄວາມໝາຍສຳຄັນຫຼາຍເພາະເປັນ ປີທີ່ ສປປ ລາວ ເປັນປະທານອາຊຽນ ແລະ ເປັນປີທຳອິດແຫ່ງການກ້າວເຂົ້າສູ່ການປະຕິບັດປະຊາຄົມເສດຖະກິດ ອາຊຽນ. ສອງປະເທດພວກເຮົາ ຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດ ດັ່ງກ່າວ ໃຫ້ມີຄວາມໝາຍເລິກເຊິ່ງ.                                                                               

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອິນເດຍ ຈົ່ງສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ  ເພື່ອຜົນປະໂຫຍດຂອງປະຊາ ຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະ ສາກົນ.

 

         

ດ້ວຍຄວາມນັບຖືຢ່າງສູງ. 

 

 

 ທອງລຸນ ສີສຸລິດ

 ພະນະທ່ານ ນາງ ຊຸສມາ ຊະວາຣາດ

 ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ 

ທີ່ ນະຄອນຫຼວງ ນິວແດນລີ

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485713
ມື້ນີ້12
ມື້ວານ206
ອາທິດນີ້749
ເດືອນນີ້5018