ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ນຳ ສປປ ລາວ ໄດ້ຮັບສານຊົມເຊີຍ ຈາກ ຜູ້ນຳ ສສ.​ຫວຽດນາມ

 ເຖິງ: ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່

            ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,

            ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ

            ທີ່ນະຄອນຫຼວງວຽງຈັນ

 

ເນື່ອງໃນໂອກາດສະຫາຍ ໄດ້ຮັບຄວາມໄວ້ວາງໃຈຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຸດທີ VIII ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ, ຕາງໜ້າລັດ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວຂ້າພະເຈົ້າ ຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດທີສຸດມາຍັງ ສະຫາຍ.

ການທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການຢັ້ງຢືນ ໃຫ້ເຫັນຄວາມໄວ້ວາງໃຈ ແລະ ການຕີລາຄາສູງຂອງ ພັກ-ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ຕໍ່ຄຸນສົມບັດ, ຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ ກໍຄືການປະກອບອັນໃຫຍ່ຫຼວງຂອງສະຫາຍຕໍ່ພາລະກິດປະຕິວັດລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການ, ບົດຮຽນອັນອຸດົມສົມບູນຂອງຕົນ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໄລຍະ 2016-2020 ຢ່າງມີໄຊ; ສືບຕໍ່ຍາດມາໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງກ່ວາເກົ່າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ລາວ ໃຫ້ຈະເລີນກ້າວໜ້າ ແລະ ຍົກສູງຖານະບົດບາດຂອງລາວ ໃນເວທີສາກົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຂະຫຍາຍຕົວ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ຄວາມສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະສາກົນ.

 

ອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງຕົນ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຕ້ອນ ຮັບສະຫາຍ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ຫວຽດນາມ ເປັນທາງການ.

 

ຮ່າໂນ້ຍ, ວັນທີ 20 ເມສາ 2016

ເຈິ່ນ ດ້າຍ ກວາງ

ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

 

 

        ເຖິງ: ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

         ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ

        ທີ່​ນະຄອນຫຼວງ​ວຽງ​ຈັນ

 

 

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອໄດ້ຊາບວ່າ ໂດຍໄດ້ຮັບຄວາມໄວ້ວາງໃຈຂອງ ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຊຸດທີ VIII ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ, ຕາງໜ້າລັດຖະບານ, ປະຊາຊົນ ຫວຽດນາມ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດທີສຸດ ມາຍັງ ສະຫາຍ.

 

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະສົບການ, ບົດຮຽນອັນອຸດົມສົມບູນຂອງຕົນ, ສະຫາຍຈະນຳພາລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊົນຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໄລຍະ 2016-2020 ຢ່າງມີໄຊ; ນຳພາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ້າວຂຶ້ນເສັ້ນທາງຫັນເປັນອຸດສະຫະກຳ ແລະ ທັນສະໄໝ ຢ່າງໜັກແໜ້ນ; ປະຕິບັດເປົ້າໝາຍນຳພາປະເທດລາວ ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ເມື່ອເຖິງປີ 2030, ຍົກສູງຖານະບົດບາດຂອງລາວ ໃນເວທີສາກົນ.

 

ດ້ວຍຄວາມຮັກແພງອັນສະໜິດສະໜົມ ແລະ ຈິງໃຈ, ຂ້າພະເຈົ້າຫວັງວ່າຈະສືບຕໍ່ຮ່ວມມືຢ່າງ ແໜ້ນແຟ້ນກັບສະຫາຍ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດພວກເຮົາຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ຄວາມສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

 

ອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະມີຜົນສຳເລັດໃນໜ້າທີ່ໃໝ່ ອັນສູງສົ່ງຂອງຕົນ

 

ຮ່າໂນ້ຍ, ວັນທີ 20 ເມສາ 2016

 

ຫງວຽນ ຊວນ ຟຸກ

 

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

 

 

       ເຖິງ: ສະຫາຍ ປານີ ຢາທໍ່ຕູ້,​ ປະທານສະພາແຫ່ງຊາດ

         ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ

   ທີ່​ນະຄອນຫຼວງ​ວຽງ​ຈັນ

 

 

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອໄດ້ຊາບວ່າ ໂດຍໄດ້ຮັບຄວາມໄວ້ວາງໃຈຂອງ ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຊຸດທີ VIII ສະຫາຍ ສືບຕໍ່ໄດ້ຮັບ ການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ຕາງໜ້າສະພາແຫ່ງຊາດ, ປະຊາຊົນ ຫວຽດ ນາມ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດທີສຸດ ມາຍັງສະຫາຍ.

 

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະສົບການ, ບົດຮຽນອັນອຸດົມສົມບຸນໃນຂົງເຂດ ນິຕິບັນຍັດຂອງຕົນ, ສະຫາຍຈະນຳພາ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ສືບຕໍ່ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນ ພາລະກິດສ້າງສາປະເທດລາວ ໃຫ້ມັ່ງຄັ່ງເຂັ້ມແຂງ ແລະຈະເລີນກ້າວໜ້າ, ມີຖານະບົດບາດນັບມື້ນັບສູງຂຶ້ນ ໃນພາກພື້ນ ແລະ ເວທີສາກົນ.

 

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສະພາແຫ່ງຊາດ ສອງປະເທດພວກເຮົາເວົ້າສະເພາະຈະມີການຂະຫຍາຍຕົວທີ່ສວຍງາມຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ຄວາມສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

 

ອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຍາດໄດ້ບັນດາຜົນ ສຳເລັດໃໝ່ທີ່ໃຫຍ່ກ່ວາເກົ່າໃນໜ້າທີ່ອັນສູງສົ່ງຂອງຕົນ

 

ຮ່າໂນ້ຍ, ວັນທີ 20 ເມສາ 2016

 

ຫງວຽນ ທິ ກິມ ເງິນ

 

                                                                                      ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

     

 

 

ເຖິງ: ສະຫາຍ ພັນຄຳ ວິພາວັນ, ຜູ້ປະຈຳການ

      ຄະນະເລຂາທິການສູນກາງພັກພັກປະຊາຊົນ ປະຕິວັດລາວ,

     ຮອງປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ

      ທີ່​ນະຄອນຫຼວງ​ວຽງ​ຈັນ

 

ເນື່ອງໃນໂອກາດສະຫາຍ ໄດ້ຮັບຄວາມໄວ້ວາງໃຈຂອງ ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຊຸດທີ VIII ເລືອກຕັ້ງໃຫ້ດຳລົງຕຳແໜ່ງ ຮອງປະທານປະເທດ, ຂ້າພະເຈົ້າ ຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດທີສຸດມາຍັງສະຫາຍ.

 

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮັກແພງອັນສະໜິດແໜ້ນ ແລະປະສົບການ, ບົດຮຽນອັນອຸດົມສົມບຸນ ໃນຖານະເປັນປະທານສະມາ ຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ກ່ອນໜ້ານີ້ຂອງຕົນ, ສະຫາຍຈະສືບຕໍ່ເອົາໃຈໃສ່ປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ຄວາມສະຖຽນລະພາບ, ການຮ່ວມມື ແລະການພັດທະນາ ຢູ່ໃນພາກພື້ນ ແລະສາກົນ.

 

ອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃໝ່ທີ່ໃຫຍ່ກ່ວາເກົ່າໃນໜ້າທີ່ອັນສູງສົ່ງຂອງຕົນ, ສືບຕໍ່ປະກອບສ່ວນ ອັນໃຫຍ່ຫຼວງເຂົ້າໃນພາລະກິດ ສ້າງສາປະເທດລາວ ໃຫ້ຮັ່ງມີເຂັ້ມແຂງ ແລະ ຈະເລີນກ້າວໜ້າ, ມີຖານະບົດບາດນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ເວທີສາກົນ.

 

ຮຽນມາດ້ວຍຄວາມນັບຖື.

 

ຮ່າໂນ້ຍ, ວັນທີ 20 ເມສາ 2016

 

ດັ້ງ ທິ ຫງອກ ທິງ

 

ຮອງປະທານປະເທດ

 

ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

 

 

 

ເຖິງ: ສະຫາຍ ສະເຫຼີມໄຊ ກົມມະສິດ,

      ລັດຖະມົນຕີວ່າການກະຊວງການຕ່າງປະເທດ

     ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ

          ທີ່​ນະຄອນຫຼວງ​ວຽງ​ຈັນ

 

 

ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ຮັກແພງ

 

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອໄດ້ຊາບວ່າ ໂດຍໄດ້ຮັບຄວາມໄວ້ວາງໃຈຂອງ ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຕາງໜ້າພະນັກງານ, ລັດຖະກອນ ທຸກຖ່ວນໜ້າຂອງກະຊວງການຕ່າງປະເທດ ຫວຽດນາມ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ​ສົ່ງ​ຄວາມ​ຂ່ຳນັບຊົມເຊີຍ​ອັນ​ອົບ​ອຸ່ນທີ່​ສຸດ ​ແລະ ພອນ​ໄຊ​ອັນ​ປະ​ເສີດທີສຸດມາ​ຍັງ ສະຫາຍ.

 

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮັກແພງອັນສະໜິດແໜ້ນທີ່ເປັນມູນເຊື້ອ, ສະຫາຍຈະສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ, ກໍຄືສາຍພົວພັນຮ່ວມມືທີ່ສວຍງາມ ລະຫວ່າງກະຊວງການຕ່າງປະເທດສອງຊາດພວກເຮົາເວົ້າ ສະເພາະຢ່າງບໍ່ຢຸດຢັ້ງ.

 

ອວຍພອນໃຫ້ສະຫາຍຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ນຳພາກະຊວງການຕ່າງປະເທດລາວ ສຳເລັດໜ້າທີ່ໆພັກ-ລັດ ແລະ ລັດຖະບານລາວ ມອບໝາຍໃຫ້ ຢ່າງມີໄຊ, ຊ່ວຍໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ຍາດມາໄດ້ບັນດາຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກ່ວາເກົ່າ ໃນຂົງເຂດ ວຽກງານການຕ່າງປະເທດ, ປະຕິບັດໜ້າທີ່ເປັນປະທານ ASEAN 2016 ຢ່າງສຳເລັດຜົນ, ຊ່ວຍຍົກສູງຖານະບົດບາດຂອງລາວ ໃນພາກພື້ນ ແລະ ເວທີສາກົນຢ່າງບໍ່ຢຸດຢັ້ງ.

 

ຮຽນມາດ້ວຍຄວາມນັບຖື ແລະຮັກແພງ.

                                                                                                                                                   

ຮ່າໂນ້ຍ, ວັນທີ 20 ເມສາ 2016

 

ຟ້າມ ບິ່ງ ມິງ

 

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485798
ມື້ນີ້97
ມື້ວານ206
ອາທິດນີ້834
ເດືອນນີ້5103