ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍ ຈາກການນຳຂັ້ນສູງຂອງ ກຳປູເຈຍ

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ

ພະນະທ່ານ, ​

        ໃນນາມລັດຖະບານແລະປະຊາຊົນກໍາປູເຈຍ, ຂ້າພະ​ເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາຍັງພະນະທ່ານ ທີ່ໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

        ຂ້າພະເຈົ້າ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການນໍາພາຂອງພະນະທ່ານ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ບ້ານໃກ້ເຮືອນຄຽງທີ່ດີ, ຄວາມສາມັກຄີ ແລະ ການຮ່ວມມືທີ່ມີໝາກມີຜົນ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ຈະເລີນ ງອກງາມຂຶ້ນເລື້ອຍໆໃນຊຸມປີຕໍ່ໄປ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ພວກເຮົາ ກໍຄືຄວາມເຂັ້ມແຂງຂອງຄອບຄົວອາຊຽນ.

        ຂ້າພະເຈົ້າ ເຊື່ອໝັ້ນອີກວ່າ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວພັນ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງວຽງຈັນ ຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນໂອກາດນີ້, ຂ້າພະເຈົ້າ ພ້ອມແລ້ວ ທີ່ຈະໃຫ້ການຮ່ວມມືກັບພະນະທ່ານ ເພື່ອເຮັດໃຫ້ການຈັດກອງປະຊຸມທີ່ສໍາຄັນຂ້າງເທິງນັ້ນ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

        ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ໃນການເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ສະບັບໃໝ່ ໄລຍະ 10 ປີ (2016-2025) ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮື່ອງຂອງ ປະຊາຊົນລາວ.

ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ,         

 ພະນົມເປັນ, ວັນທີ20ເມສາ 2016

ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ

ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ

 

 

ພະນະທ່ານສະເຫຼີມໄຊ ກົມມະສິດ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ

         ແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ

         ທີ່ ນະຄອນຫຼວງວຽງຈັນ

 

ພະນະທ່ານ, ​

 

        ຂ້າພະ​ເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

        ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຢ່າງໃກ້ສິດ ຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມສາຍພົວພັນ ມິດຕະພາບອັນດີງາມ, ຄວາມສາມັກຄີ ແລະ ການຮ່ວມມືທີ່ມີໝາກມີຜົນ ລະຫວ່າງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ພວກເຮົາ ກໍຄືການສ້າງຄວາມເຂັ້ມແຂງຂອງ ຄອບຄົວອາຊຽນ.

 

        ໃນຄະນະລໍຖ້າ ເພື່ອຈະໄດ້ພົບປະກັບພະນະທ່ານ ທີ່ນະຄອນຫຼວງວຽງຈັນ ໃນອານາຄົດອັນໃກ້ນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງໃນຂ້າງໜ້າ.

 

 

        ດ້ວຍຄວາມນັບຖືຢ່າງສູງ,

 

                                                                           ພະນົມເປັນ, ວັນທີ20ເມສາ 2016

                       ປຣາກ ໂຊຄົນ

                             ກະຊວງການຕ່າງປະເທດ ແລະຮ່ວມມືສາກົນ

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480347
ມື້ນີ້5
ມື້ວານ172
ອາທິດນີ້745
ເດືອນນີ້6578